ການປະທະກັນດ້ວຍກຳລັງອາວຸດເຮັດໃຫ້ປະຊາຊົນຊູດັງປະມານ 3,9 ລ້ານຄົນຊັດເຊພະເນຈອນ

2023-08-08 15:00:08 cri


ວັນທີ 7 ສິງຫາ 2023, ສຳນັກງານໄກ່ເກ່ຍວຽກງານມະນຸດສະທຳຂອງອົງການສະຫະປະຊາຊາດເປີດເຜີຍບົດລາຍງານກ່ຽວກັບສະຖານະການຊູດັງສະບັບຫຼ້າສຸດໂດຍລະບຸວ່າ: ນັບແຕ່ຊູດັງເກີດການປະທະກັນດ້ວຍກຳລັງອາວຸດເປັນຕົ້ນມາ, ໄດ້ເຮັດໃຫ້ປະຊາຊົນຊູດັງປະມານ 3,9 ລ້ານຄົນຊັດເຊພະເນຈອນຢູ່ພາຍໃນ ແລະ ຕ່າງປະເທດ.

ບົດລາຍງານຊີ້ໃຫ້ເຫັນວ່າ: ຍ້ອນໄດ້ຮັບຜົນສະທ້ອນຈາກການປະທະກັນດ້ວຍກຳລັງອາວຸດທີ່ເກີດຂຶ້ນຢູ່ຊູດັງ ແລະ ເສດຖະກິດຊຸດໂຊມລົງຍ້ອນການປະທະກັນດັ່ງກ່າວ, ລະຫວ່າງເດືອນກໍລະກົດຫາເດືອນກັນຍາ 2023, ມີປະຊາຊົນຊູດັງປະມານ 20,3 ລ້ານຄົນຜະເຊີນກັບສະພາບການຄວາມບໍ່ໝັ້ນຄົງດ້ານສະບຽງອາຫານຢ່າງໜັກໜ່ວງ, ໄດ້ກວມ 42% ຂອງປະຊາກອນຊູດັງ. ອີງຕາມການກຳນົດໄລຍະຄວາມໝັ້ນຄົງດ້ານສະບຽງອາຫານສັງລວມຂອງອົງການສະຫະປະຊາຊາດ, ຊູດັງມີ 6,3 ລ້ານຄົນຕົກຢູ່ໃນສະພາບສຸກເສີນດ້ານສະບຽງອາຫານ, ຫ່າງຈາກຄວາມອຶດຫິວທີ່ໜັກໜ່ວງທີ່ສຸດພຽງບາດກ້າວໜຶ່ງເທົ່ານັ້ນ.