ຣັດເຊຍຍຸດຕິປະຕິບັດສັນຍາພາສີຈຳນວນໜຶ່ງກັບ 38 ປະເທດທີ່ບໍ່ເປັນມິດກັບຣັດເຊຍ

2023-08-09 14:41:59 cri


ວັນທີ 8 ສິງຫາ 2023, ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ລົງນາມໃນລັດຖະດຳລັດສະບັບໜຶ່ງ, ໂດຍຕົກລົງຍຸດຕິການປະຕິບັດບາງມາດຕາໃນສັນຍາພາສີລະຫວ່າງຣັດເຊຍກັບ 38 ປະເທດທີ່ບໍ່ເປັນມິດລວມທັງອາເມຣິກາ.

ທ່ານປູຕິນ ປະທານາທິບໍດີຣັດເຊຍໄດ້ສັ່ງໃຫ້ກະຊວງການຕ່າງປະເທດຣັດເຊຍແຈ້ງດັ່ງກ່າວຕໍ່ປະເທດເຫຼົ່ານີ້, ແລະແນະນຳໃຫ້ລັດຖະບານສົ່ງມະຕິກ່ຽວກັບການຍຸດຕິບາງມາດຕາໃນສັນຍາພາສີໃຫ້ແກ່ສະພາດູມາ.

ກ່ອນໜ້ານີ້, ທ່ານເຊີແກ ລັຟລົບ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍກ່າວວ່າ: ຣັດເຊຍຈະບໍ່ຟື້ນຟູສາຍພົວພັນກັບປະເທດບໍ່ເປັນມິດກັບຣັດເຊຍດັ່ງການພົວພັນເມືອກ່ອນ, ຖ້າວ່າປະເທດເຫຼົ່ານີ້ປະຖິ້ມເສັ້ນທາງຄັດຄ້ານຣັດເຊຍ, ຣັດເຊຍຈະປະຕິບັດມາດຕະການທີ່ກ່ຽວຂ້ອງໂດຍອີງຕາມຜົນປະໂຫຍດຂອງປະເທດຕົນ.