ທ່ານສີຈິ້ນຜິງສົ່ງສານຊົມເຊີຍວັນຊາດໄປຍັງປະທານາທິບໍດີວານູອາຕູ

2023-07-30 15:36:42 cri

  ວັນທີ 30 ກໍລະກົດນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍໄປຍັງທ່ານນີເກນນີເກນ ວູໂຣບາຣາວູ ປະທານາທິບໍດີວານູອາຕູ ເພື່ອສະເຫຼີມສະຫຼອງວານູອາຕູສະຖາປະນາຂຶ້ນຄົບຮອບ 43 ປີ.

    ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ມິດຕະພາບລະຫວ່າງຈີນ-ວານູອາຕູມີປະຫວັດສາດດົນນານ. ຫຼາຍປີມໍ່ໆມານີ້, ສາຍພົວພັນຈີນ-ວານູອາຕູໄດ້ມີການຂະຫຍາຍຕົວຢ່າງຫຼວງຫຼາຍ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງຝ່າຍໄດ້ຢູ່ໃນລະດັບສູງ, ການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດຕ່າງໆໄດ້ປະສົບຜົນສຳເລັດຢ່າງຫຼວງຫຼາຍ, ເຊິ່ງໄດ້ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງຊາດ. ຂ້າພະເຈົ້າໃຫ້ຄວາມສຳຄັນຢ່າງສູງຕໍ່ສາຍພົວພັນຈີນ-ວານູອາຕູ, ຍິນດີຮ່ວມກັບທ່ານປະທານາທິບໍດີສຸມຄວາມພະຍາຍາມນຳກັນ, ຊຸກຍູ້ໃຫ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ວານູອາຕູພັດທະນາກ້າວໄປໜ້າ.