ຈີນຕອບຄຳຖາມກ່ຽວກັບກອງປະຊຸມປະສົມຂອງລັດຖະມົນຕີສິ່ງແວດລ້ອມ ແລະ ດິນຟ້າອາກາດຂອງກຸ່ມ G20 ບໍ່ສາມາດບັນລຸໄດ້ຖະແຫຼງການຮ່ວມ

2023-08-02 14:03:07 cri

ຫວ່າງມໍ່ໆມານີ້, ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມກ່ຽວກັບກອງປະຊຸມປະສົມຂອງລັດຖະມົນຕີສິ່ງແວດລ້ອມ ແລະ ດິນຟ້າອາກາດຂອງກຸ່ມ G20 ບໍ່ສາມາດບັນລຸໄດ້ຖະແຫຼງການຮ່ວມ.

    ມີນັກຂ່າວຖາມວ່າ: ຕາມຂ່າວລາຍງານວ່າ, ກອງປະຊຸມປະສົມຂອງລັດຖະມົນຕີສິ່ງແວດລ້ອມ ແລະ ດິນຟ້າອາກາດຂອງກຸ່ມ G20 ໄດ້ສິ້ນສຸດລົງຢູ່ນະຄອນເຈນໄນຂອງອິນເດຍ, ມີສື່ມວນຊົນຕາເວັນຕົກຈຳນວນໜຶ່ງໄດ້ລາຍງານຂ່າວຕາມຄວາມເຫັນຂອງບຸກຄົນຈຳນວນໜຶ່ງໂດຍອ້າງວ່າ, ຫຼັກການຂອງຈີນໄດ້ສະກັດກັ້ນບໍ່ໃຫ້ກອງປະຊຸມບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບບັນຫາສຳຄັນຕ່າງໆ ເຊັ່ນ: ການຫຼຸດການລະບາຍມົນລະພິດ,  ຍຸດຕິການນຳໃຊ້ວັດຖຸເຊື້ອໄຟຊາກຫີນ, ເພີ່ມທະວີການນຳໃຊ້ພະລັງງານໝູນວຽນ ແລະ ອື່ນໆ. ຈີນມີຄວາມເຫັນແນວໃດຕໍ່ກັບເລື່ອງນີ້?

    ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ຄວາມເຫັນທີ່ເອົາມາເປັນຂໍ້ອ້າງຢູ່ໃນຂ່າວແມ່ນບໍ່ສອດຄ່ອງກັບຄວາມເປັນຈິງທັງໝົດ.  ວັນທີ 28 ກໍລະກົດແລ້ວນີ້, ກອງປະຊຸມປະສົມຂອງລັດຖະມົນຕີສິ່ງແວດລ້ອມ ແລະ ດິນຟ້າອາກາດຂອງກຸ່ມ G20 ໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນ ແລະ ບົດສະຫຼຸບຂອງປະທານກອງປະຊຸມ, ແຕ່ຖືກປະເທດຈຳນວນໜຶ່ງກ້າວກ່າຍດ້ວຍຂໍ້ອ້າງການເມືອງພາກພື້ນ, ເຮັດໃຫ້ບໍ່ສາມາດບັນລຸໄດ້ຖະແຫຼງການຮ່ວມ, ຈີນສະແດງຄວາມເສຍດາຍຕໍ່ກັບເລື່ອງນີ້.

    ໃນເວລາເປິກສາຫາລືກ່ຽວກັບເອກະສານຜົນສຳເລັດຂອງກອງປະຊຸມດັ່ງກ່າວ, ຈີນໄດ້ເສີມຂະຫຍາຍບົດບາດທີ່ເປັນປະເທດປະທານກອງປະຊຸມຄັ້ງທີ 15 ຂອງປະເທດລົງນາມໃນສົນທິສັນຍາວ່າດ້ວຍຄວາມຫຼາກຫຼາຍທາງດ້ານຊີວະນາໆພັນຂອງອົງການສະຫະປະຊາຊາດ, ພະຍາຍາມປະສານງານດ້ານຜົນປະໂຫຍດຂອງບັນດາຝ່າຍ, ຊຸກຍູ້ໃຫ້ບັນລຸເອກະສານທີ່ມີຄວາມດຸນດ່ຽງ, ສົ່ງເສີມແນວຄິດຂອງຈີນທີ່ມະນຸດ ແລະ ທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ ແລະ ຖືປະຊາຊົນເປັນໃຈກາງເປັນຕົ້ນ, ພ້ອມທັງຮຽກຮ້ອງວ່ານະໂຍບາຍເສດຖະກິດແບບສີຂຽວບໍ່ຄວນຈຳແນກ ຫຼື ຈຳກັດຢ່າງບໍ່ເປັນທຳຕໍ່ກັບການຄ້າສາກົນ.