ອາຟຣິກາໃຕ້ໄດ້ກຽມພ້ອມແລ້ວເພື່ອຈັດການພົບປະລະຫວ່າງຜູ້ນຳປະເທດບຣິກສ໌ໃຫ້ດີ

2023-08-09 14:41:15 cri

ວັນທີ 7 ສິງຫາ 2023 ຕາມເວລາທ້ອງຖິ່ນ, ທ່ານນາງ ນະເລດິ ປັນດໍ ລັດຖະມົນຕີກະຊວງສາຍພົວພັນ ແລະ ການຮ່ວມມືສາກົນອາຟຣິກາໃຕ້ກ່າວວ່າ: ອາຟຣິກາໃຕ້ໄດ້ກຽມພ້ອມແລ້ວເພື່ອຈັດການພົບປະລະຫວ່າງຜູ້ນຳປະເທດບຣິກສ໌ຄັ້ງທີ 15 ໃຫ້ດີ.

ນາງປັນດໍ ກ່າວວ່າ: ອາຟຣິກາໃຕ້ໄດ້ກຽມພ້ອມແລ້ວຈັດກອງປະຊຸມສຸດຍອດຄັ້ງນີ້ຢູ່ໂຈຮັນເນັສເບີກໃນເດືອນສິງຫານີ້, ນີ້ຈະເປັນກອງປະຊຸມສຸດຍອດແບບອອຟລາຍຄັ້ງທຳອິດທີ່ປະເທດບຣິກສ໌ຈັດຂຶ້ນພາຍຫຼັງເກີດການແພ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ. ຮອດເວລານັ້ນ, ຜູ້ນຳປະເທດບຣິກສ໌ຈະດຳເນີນການເປິກສາຫາລືກ່ຽວກັບການເພີ່ມທະວີການຮ່ວມມືລະຫວ່າງປະເທດບຣິກສ໌ ແລະ ເປີດກວ້າງກົນໄກການຮ່ວມມືບຣິກສ໌ ແລະບັນຫາອື່ນໆ.

ນາງປັນດໍ ແນະນຳໃຫ້ຮູ້ວ່າ: ອາຟຣິກາໃຕ້ໄດ້ເຊື້ອເຊີນຜູ້ນຳ 67 ປະເທດທີ່ມາຈາກອາຟຣິກາ ແລະ ປະເທດໂລກທີ່ 3 ອື່ນໆເຂົ້າຮ່ວມກອງປະຊຸມ “ປະເທດບຣິກສ໌-ອາຟຣິກາ” ແລະ ກອງປະຊຸມສົນທະນາ “ບຣິກສ໌+”. ນອກນີ້, ຜູ້ນຳອົງການຈັດຕັ້ງສາກົນ ແລະ ພາກພື້ນຫຼາຍທ່ານກໍຈະເຂົ້າຮ່ວມກອງປະຊຸມເຊັ່ນດຽວກັນ.