ບໍລິສັດມູດີປັບຫຼຸດລະດັບສິນເຊື່ອຂອງທະນາຄານ 10 ແຫ່ງຂອງອາເມຣິກາ

2023-08-09 15:11:00 cri

ວັນທີ 7 ສິງຫານີ້ຕາມເວລາທ້ອງຖິ່ນ, ບໍລິສັດບໍລິການນັກລົງທຶນມູດີ ທີ່ເປັນສະຖາບັນຈັດອັນດັບຄວາມເຊື່ອໝັ້ນການລົງທຶນສາກົນໄດ້ເຜີຍແຜ່ບົດລາຍງານ ໂດຍໄດ້ປັບຫຼຸດລະດັບສິນເຊື່ອຂອງທະນາຄານຂະໜາດກາງແລະນ້ອຍ 10 ແຫ່ງຂອງອາເມຣິກາ ແລະ ໄດ້ຈັດເອົາທະນາຄານຂະໜາດໃຫຍ່ຂອງອາເມຣິກາ 6 ແຫ່ງ ເຂົ້າໃນບັນຊີລາຍຊື່ສັງເກດດ້ານການປັບຫຼຸດລະດັບສິນເຊື່ອ, ນອກນີ້, ຍັງໄດ້ປັບທະນາຄານອີກ 11 ແຫ່ງລົງເປັນດ້ານລົບ.


ບົດລາຍງານຂອງບໍລິສັດມູດີລະບຸວ່າ, ຂະແໜງການທະນາຄານຂອງອາເມຣິກາພວມປະເຊີນກັບ “ຄວາມກົດດັນຫຼາຍຢ່າງ” ເຊິ່ງລວມທັງຄວາມກົດດັນດ້ານການລະດົມທຶນ, ເງິນທຶນຢູ່ໃຕ້ການຕິດຕາມຄຸ້ມຄອງບໍ່ພຽງພໍ ແລະ ອື່ນໆ. ນອກນີ້, ຄວາມສ່ຽງທີ່ກ່ຽວຂ້ອງກັບອະສັງຫາລິມະຊັບທາງທຸລະກິດໄດ້ເພີ່ມຂຶ້ນເລື້ອຍໆ ເຊິ່ງກໍແມ່ນປັດໄຈທີ່ຊຸກຍູ້ການປັບຫຼຸດລະດັບສິນເຊື່ອ.


ນອກນີ້, ບໍລິສັດຟິດ ໄຣຕິງສ ທີ່ເປັນສະຖາບັນຈັດອັນດັບຄວາມເຊື່ອໝັ້ນການລົງທຶນສາກົນອີກແຫ່ງໜຶ່ງ ໄດ້ປັບລະດັບການຜິດນັດຊຳລະໜີ້ຂອງຝ່າຍພິມຈຳໜ່າຍເງິນຕາຕ່າງປະເທດໄລຍະຍາວຂອງອາເມຣິກາຈາກລະດັບ AAA ລົງເປັນ AA+ ໂດຍກ່າວວ່າ, ການປັບຫຼຸດລະດັບສິນເຊື່ອຂອງອາເມຣິກາຕົ້ນຕໍແມ່ນຍ້ອນວ່າລະດັບໜີ້ສິນຂອງລັດຖະບານອາເມຣິກາສູງຫຼາຍ ແລະ ຍັງໄດ້ເພີ່ມຂຶ້ນເລື້ອຍໆ, ຄາດວ່າ, ສະພາບການເງິນຂອງລັດຖະບານອາເມຣິກາໃນ 3 ປີຂ້າງໜ້າຈະຊຸດຮ້າຍລົງຕື່ມອີກ.