WHO ກຳນົດເອົາເຊື້ອພະຍາດກາຍພັນ EG.5 ເປັນເຊື້ອພະຍາດກາຍພັນທີ່ “ຄວນເອົາໃຈໃສ່”

2023-08-10 16:35:58 cri


ວັນທີ 9 ສິງຫາ 2023, ອົງການອະນາໄມໂລກຫຼື WHO ແຈ້ງໃຫ້ຮູ້ວ່າ: ອົງການຕົນກຳລັງຕິດຕາມເຊື້ອພະຍາດກາຍພັນຫຼາຍຊະນິດຂອງພະຍາດໂຄວິດ-19, ລວມທັງເຊື້ອພະຍາດກາຍພັນ EG.5 ທີ່ແພ່ລະບາດຢູ່ອາເມຣິກາ ແລະ ອັງກິດ.

WHO ປະກາດໃຫ້ຮູ້ໃນວັນທີ 9 ສິງຫານີ້ວ່າ, ກຳນົດເອົາເຊື້ອພະຍາດກາຍພັນ EG.5 ເປັນເຊື້ອພະຍາດກາຍພັນທີ່ “ຄວນເອົາໃຈໃສ່”.

WHO ໄດ້ຈັດເອົາເຊື້ອພະຍາດກາຍພັນພະຍາດໂຄວິດ-19 ແບ່ງເປັນເຊື້ອພະຍາດກາຍພັນສາມປະເພດຢູ່ທີ່ “ພາຍໃຕ້ການຕິດຕາມ”, “ຄວນເອົາໃຈໃສ່” ແລະ “ຄວນສົນໃຈນຳ” ໂດຍຜ່ານການປະເມີນຄວາມສາມາດແພ່ລະບາດ ແລະ ກາຍພັນຂອງເຊື້ອພະຍາດ.