ວິສາຫະກິດເອີຣົບປະສົບຜົນເສຍມູນຄ່າຫາຍຫຼາຍກວ່າ 100 ຕື້ເອີໂຣຍ້ອນການປະທະກັນລະຫວ່າງຣັດເຊຍກັບອູແກຣນ

2023-08-10 10:38:04 cri

ພາຍຫຼັງເກີດການປະທະກັນລະຫວ່າງຣັດເຊຍກັບອູແກຣນເປັນຕົ້ນມາ, ເອີຣົບໄດ້ປະຕິບັດການລົງໂທດຫຼາຍຮອບຕໍ່ຣັດເຊຍ. ສ່ວນການລົງໂທດດັ່ງກ່າວໄດ້ເຮັດໃຫ້ອັດຕາເງິນເຟີ້ຢູ່ເອີຣົບສູງຂຶ້ນ, ເສດຖະກິດເອີຣົບສືບຕໍ່ໄດ້ຮັບຄວາມກົດດັນ. ເມື່ອບໍ່ດົນມານີ້, ໜັງສືພິມ Financial Times ຂອງອັງກິດລາຍງານວ່າ: ປັດຈຸບັນ, ການດຳເນີນທຸລະກິດຂອງວິສາຫະກິດເອີຣົບຫຼາຍແຫ່ງໄດ້ຮັບຜົນກະທົບຢ່າງຮ້າຍແຮງຈາກການປະທະກັນລະຫວ່າງຣັດເຊຍກັບອູແກຣນ ໂດຍມີຜົນເສຍຫາຍຢ່າງໜ້ອຍມູນຄ່າຫຼາຍກວ່າ 100 ຕື້ເອີໂຣ.

ກ່ອນໜ້ານີ້ບໍ່ດົນ, ໜັງສືພິມ Financial Times ຂອງອັງກິດໄດ້ດຳເນີນການສຳຫຼວດ ແລະ ປະເມີນຜົນຕໍ່ສະພາບການດຳເນີນທຸລະກິດຂອງວິສາຫະກິດຂະໜາດໃຫຍ່ຂອງເອີຣົບ 600 ແຫ່ງ, ຜົນການສຳຫຼວດດັ່ງກ່າວສະແດງໃຫ້ເຫັນວ່າ: ໃນຈຳນວນວິສາຫະກິດ 600 ແຫ່ງດັ່ງກ່າວ, ມີ 176 ແຫ່ງມີຊັບສິນຫຼຸດໜ້ອຍລົງຍ້ອນຫຼຸດລະດັບ, ຈຳໜ່າຍ ຫຼືຍຸດຕິທຸລະກິດຂອງຕົນຢູ່ຣັດເຊຍ ເຊິ່ງມີຜົນເສຍຫາຍມູນຄ່າຫຼາຍກວ່າ 100 ຕື້ເອີໂຣ. ສຳຫຼັບຕົວເລກດັ່ງກ່າວບໍ່ໄດ້ລວມທັງຜົນເສຍຫາຍທີ່ເກີດຈາກປັດໄຈທາງອ້ອມ ເຊັ່ນ: ລາຄາພະລັງງານເພີ່ມຂຶ້ນ, ຕົ້ນທຶນການຜະລິດເພີ່ມຂຶ້ນ ແລະອື່ນໆ.