ສື່ມວນຊົນອີຣານລາຍງານວ່າ: ສະຖານທູດອາຣັບບີຊາອູດິດປະຈຳອີຣານໄດ້ເປີດບໍລິການແລ້ວ

2023-08-10 16:36:41 cri


ວັນທີ 9 ສິງຫາ 2023, ສື່ມວນຊົນອີຣານເປີດເຜີຍໃຫ້ຮູ້ວ່າ: ສະຖານທູດອາຣັບບີຊາອູດິດປະຈຳອີຣານໄດ້ເປີດບໍລິການຄືນໃໝ່ຢ່າງເປັນທາງການພາຍຫຼັງປິດບໍລິການມາເປັນເວລາ  7 ປີຍ້ອນການຕັດຂາດການພົວພັນລະຫວ່າງສອງປະເທດ.

ການລາຍງານຂ່າວດັ່ງກ່າວໄດ້ນຳເອົາຖ້ອຍຄວາມຂອງຜູ້ຮູ້ຂໍ້ມູນມາເປີດເຜີຍໃຫ້ຮູ້ວ່າ, ສະຖານທູດອາຣັບບີຊາອູດິດໄດ້ເປີດບໍລິການຄືນໃໝ່ໃນວັນອາທິດແລ້ວນີ້.

ອີຣານ ແລະ ອາຣັບບີຊາອູດິດປະກາດຟື້ນຟູສາຍພົວພັນທາງການທູດໃນທັນທີໃນເດືອນເມສາປີນີ້. ເມື່ອຕົ້ນເດືອນມິຖຸນາປີນີ້, ສະຖານທູດອີຣານປະຈຳນະຄອນຫຼວງລີຢັດ, ສະຖານກົງສຸນໃຫຍ່ ແລະ ສຳນັກງານຜູ້ຕາງໜ້າຂອງອົງການຮ່ວມມືອິສຣາມປະຈຳນະຄອນເຈດດາໄດ້ເປີດບໍລິການຄືນໃໝ່.