ອົງການໃນຂະແໜງການອິນເຕີເນັດຂອງອາເມຣິກາຍື່ນເອກະສານຕໍ່ສານເພື່ອຄັດຄ້ານຂໍ້ຫ້າມ TikTok ຂອງລັດມົນຕານາ

2023-08-10 11:06:50 cri

ວັນທີ 7 ສິງຫານີ້, ສະມາຄົມ “ການເລືອກເຟັ້ນທາງອິນເຕີເນັດ” ແລະ ສະພາການຄ້າຄວາມກ້າວໜ້າ ທີ່ເປັນອົງການຈັດຕັ້ງໃນຂະແໜງການອິນເຕີເນັດຂອງອາເມຣິກາ ໄດ້ຍື່ນເອກະສານຕໍ່ສານສະຫະລັດປະຈຳເຂດມອນຕານາ ເພື່ອສະໜັບສະໜູນການກ່າວຟ້ອງທີ່ບໍລິສັດ TikTok ແລະ ນັກປະດິດສ້າງຂອງເຂົາແຍກອອກຍື່ນໃຫ້ສານໃນເດືອນພຶດສະພາປີນີ້, ຄັດຄ້ານຂໍ້ຫ້າມ TikTok ຂອງລັດມອນຕານາ.


ເອກະສານສະບັບນີ້ລະບຸວ່າ: ຂໍ້ຫ້າມດັ່ງກ່າວໄດ້ລະເມີດຂໍ້ກຳນົດໃນລັດຖະທຳມະນູນອາເມຣິກາ ແລະ ຫຼັກການບຸລິມະສິດຂອງສະຫະລັດ ທີ່ກຳນົດໄວ້ໃນລະບົບກົດໝາຍອາເມຣິກາ, ຄວາມອັນຕະລາຍຂອງມັນ, ຖ້າວ່າມີຫຼາຍເທົ່າໃດກໍບໍ່ຜິດ, ອາດຈະກາຍເປັນກໍລະນີທີ່ຮ້າຍແຮງແບບບໍ່ເຄີຍມີມາກ່ອນ ແລະ ສ້າງສະພາບການທີ່ກູ້ຄືນບໍ່ໄດ້. ຂໍ້ຫ້າມ “ໄດ້ຢຽບຢ່ຳສິດທິຫຼາຍຢ່າງທີ່ລະບຸໄວ້ໃນລັດຖະທຳມະນູນ, ລ່ວງລ້ຳສິດສະເພາະໃນການຄຸ້ມຄອງວຽກງານທາງການຕ່າງປະເທດຂອງລັດຖະບານສະຫະລັດ ທີ່ລະບຸໄວ້ໃນກົດໝາຍສະຫະລັດ ພ້ອມທັງໄດ້ສ້າງຜົນກະທົບຕໍ່ປະຊາຊົນລັດມອນຕານາ”. ສະນັ້ນ, ສານຄວນປະກາດຄຳສັ່ງຫ້າມຕໍ່ຂໍ້ຫ້າມດັ່ງກ່າວ.