ຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີເອກວາດໍຖືກລອບສັງຫານເສຍຊີວິດ

2023-08-11 10:30:32 cri

ວັນທີ 10 ສິງຫານີ້ຕາມເວລາທ້ອງຖິ່ນ, ເຈົ້າໜ້າທີ່ລັດຖະບານເອກວາດໍໄດ້ຈັດກອງປະຊຸມຖະແຫຼງຂ່າວວ່າ, ຕອນຄ່ຳວັນທີ 9 ສິງຫານີ້, ເຈົ້າໜ້າທີ່ຕຳຫຼວດໄດ້ຈັບຜູ້ຕ້ອງສົງໄສ 6 ຄົນ ກ່ຽວຂ້ອງກັບເຫດການທ່ານເຟີນັນໂດ ວີລາວິນຊີໂອ ຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີເອກວາດໍຖືກລອບສັງຫານເສຍຊີວິດ. 6 ຄົນດັ່ງກ່າວລ້ວນແຕ່ບໍ່ແມ່ນສັນຊາດເອກວາດໍ, ແຕ່ເຈົ້າໜ້າທີ່ບໍ່ໄດ້ເປີດເຜີຍສັນຊາດລະອຽດ.


ເຈົ້າໜ້າທີ່ລັດຖະບານເອກວາດໍກ່າວວ່າ: ຜູ້ຕ້ອງສົງໄສ 6 ຄົນລ້ວນແຕ່ເຄີຍກະທຳຜິດມາກ່ອນ, ເຄີຍຖືກຈັບຕົວໃນໜຶ່ງເດືອນກ່ອນ ແລະ ຖືກປ່ອຍຕົວຫຼັງຈາກສອບປາກຄຳ.


ຕອນຄ່ຳວັນທີ 9 ສິງຫານີ້, ທ່ານເຟີນັນໂດ ວີລາວິນຊີໂອ ຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີເອກວາດໍ ຖືກລອບສັງຫານເສຍຊີວິດ ໃນເວລາທ່ານຈັດງານຊຸມນຸມແຂ່ງຂັນການເລືອກຕັ້ງຢູ່ນະຄອນຫຼວງກີໂຕຂອງປະເທດເອກວາດໍ.