ພັກຝ່າຍຄ້ານ ສ.ເກົາຫຼີຄັດຄ້ານຍີ່ປຸ່ນປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ

2023-08-11 14:33:55 cri

ຂ່າວສານຢອນຮັບ ສ.ເກົາຫຼີລາຍງານວ່າ: ວັນທີ 9 ສິງຫານີ້ຕາມເວລາທ້ອງຖິ່ນ, ພັກປະຊາທິປະໄຕຮ່ວມກັນ ທີ່ເປັນພັກຝ່າຍຄ້ານໃຫຍ່ທີ່ສຸດຂອງ ສ.ເກົາຫຼີແຈ້ງໃຫ້ຮູ້ວ່າ: ຈະຍື່ນໜັງສືຮ້ອງຮຽນຕໍ່ສະພາມົນຕີສິດທິມະນຸດອົງການສະຫະປະຊາຊາດກ່ອນທ້າຍເດືອນນີ້ ເພື່ອຄັດຄ້ານແຜນການຂອງຍີ່ປຸ່ນປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ.


ຕາມຂ່າວແຈ້ງວ່າ, ພັກປະຊາທິປະໄຕຮ່ວມກັນກຽມຈະຍື່ນໜັງສືຮ້ອງຮຽນກ່ອນທ້າຍເດືອນນີ້ ພາຍຫຼັງລ່າລາຍເຊັນຂອງຜູ້ສ້າງກົດໝາຍ ແລະ ປະຊາຊົນ. ເຈົ້າໜ້າທີ່ພັກດັ່ງກ່າວກ່າວວ່າ, ພັກຕົນໄດ້ທຳການຕັດສິນດັ່ງກ່າວ ພາຍໃຕ້ສະພາບການທີ່ “ປະຊາຊົນນັບມື້ນັບເປັນຫ່ວງ” ທ່ານຢຸນເຊວຢູນ ປະທານາທິບໍດີ ສ.ເກົາຫຼີອາດຈະສະໜັບສະໜູນແຜນການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຂອງຍີ່ປຸ່ນ ໃນກອງປະຊຸມສຸດຍອດທີ່ຈະຈັດຂຶ້ນໃນໄວໆນີ້.