ທະນາຄານກາງປາກິດສະຖານຜະລິດເງິນຫຼຽນລະນຶກການລິເລີ່ມແລວເສດຖະກິດຈີນ-ປາກິດສະຖານຄົບຮອບ 10 ປີ

2023-08-11 10:11:39 cri

ວັນທີ 10 ສິງຫານີ້, ທະນາຄານກາງປາກິດສະຖານປະກາດຜະລິດເງິນຫຼຽນລະນຶກການລິເລີ່ມແລວເສດຖະກິດຈີນ-ປາກິດສະຖານຄົບຮອບ 10 ປີ.


ທະນາຄານກາງປາກິດສະຖານອອກແຈ້ງການໃນມື້ດຽວກັນວ່າ: 10 ປີຜ່ານມານີ້, ແລວເສດຖະກິດຈີນ-ປາກິດສະຖານໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງ ແລະ ການພັດທະນາເສດຖະກິດຂອງປາກິດສະຖານ. ເພື່ອລະນຶກການລິເລີ່ມແລວເສດຖະກິດດັ່ງກ່າວຄົບຮອບ 10 ປີ, ລັດຖະບານປາກິດສະຖານຕົກລົງຜະລິດເງິນຫຼຽນລະນຶກມູນຄ່າ 100 ຣູບີ. ປະຊາຊົນສາມາດໄປແລກຊື້ເງິນລະນຶກດັ່ງກ່າວໄດ້ຢູ່ຕາມປ່ອງບໍລິການຂອງບໍລິສັດບໍລິການທະນາຄານຂອງທະນາຄານກາງປາກິດສະຖານ ນັບແຕ່ວັນທີ 11 ສິງຫານີ້ເປັນຕົ້ນໄປ.