ກອງປະຊຸມຄະນະກຳມະການການພົວພັນເສດຖະກິດການຄ້າຈີນ-ອາຟຣິກາໃຕ້ຄັ້ງທີ 8 ໄຂຂຶ້ນຢູ່ອາຟຣິກາໃຕ້

2023-08-11 16:04:52 cri


ວັນທີ 10 ສິງຫາ 2023, ທ່ານຫວາງເວີນຖ່າວ ລັດຖະມົນຕີກະຊວງການຄ້າຈີນ ແລະ ທ່ານປາເທວ ລັດຖະມົນຕີກະຊວງການຄ້າ, ອຸດສາຫະກຳ ແລະ ການແຂ່ງຂັນອາຟຣິກາໃຕ້ຮ່ວມກັນເປັນປະທານກອງປະຊຸມຄະນະກຳມະການການພົວພັນເສດຖະກິດການຄ້າຈີນ-ອາຟຣິກາໃຕ້ຄັ້ງທີ 8 ຢູ່ນະຄອນເປະໂຕເຣຍ, ສອງຝ່າຍໄດ້ແລກປ່ຽນຄວາມເຫັນກ່ຽວກັບການລົງເລິກການຮ່ວມມືດ້ານເສດຖະກິດການຄ້າສອງຝ່າຍ ແລະ ຫຼາຍຝ່າຍ, ເຮັດວຽກງານກະກຽມດ້ານເສດຖະກິດການຄ້າໃຫ້ແກ່ການພົບປະກັນຂອງຜູ້ນຳປະເທດບຣິກສ໌ຄັ້ງທີ 15 ໃຫ້ດີ.

ທ່ານຫວາງເວີນຖ່າວ ກ່າວວ່າ: ປີນີ້ແມ່ນຈີນ ແລະ ອາຟຣິກາໃຕ້ສ້າງສາຍພົວພັນທາງການທູດຄົບຮອບ 25 ປີ, ຈີນຍິນດີຖືປີນີ້ເປັນໂອກາດທີ່ດີ, ວາງແຜນການຮ່ວມມືເສດຖະກິດການຄ້າສອງຝ່າຍໂດຍຢືນຢູ່ຈຸດເລີ່ມຕົ້ນໃໝ່ທາງປະຫວັດສາດ. ຈີນຈະປະຕິບັດມາດຕະການທີ່ຕັ້ງໜ້າ, ປັບປຸງໂຄງປະກອບການຄ້າສອງຝ່າຍໃຫ້ດີຂຶ້ນ, ຍິນດີຕ້ອນຮັບອາຟຣິກາໃຕ້ເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 6.

ທ່ານປາເທວ ກ່າວວ່າ: ອາຟຣິກາໃຕ້ຖືປະເທດຈີນເປັນຄູ່ຮ່ວມມືເສດຖະກິດການຄ້າສຳຄັນທີ່ສຸດ, ຍ້ອງຍໍວິສາຫະກິດຈີນທີ່ໄດ້ເສີມຂະຫຍາຍບົດບາດອັນຕັ້ງໜ້າເພື່ອພັດທະນາເສດຖະກິດສັງຄົມຂອງອາຟຣິກາໃຕ້. ອາຟຣິກາໃຕ້ຈະປັບປຸງສະພາບແວດລ້ອມດ້ານການດຳເນີນທຸລະກິດໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ຍິນດີຕ້ອນຮັບວິສາຫະກິດຈີນກຳເອົາໂອກາດໃໝ່ຈາກເຂດການຄ້າເສລີອາຟຣິກາ, ດຳເນີນການຮ່ວມມືດ້ານການລົງທຶນ ແລະ ການຄ້າຢູ່ອາຟຣິກາໃຕ້ຫຼາຍກວ່າເກົ່າ.