ສູນບໍລິການຂໍວີຊາຈີນເປີດຢູ່ນະຄອນຫຼວງມົສກູປະເທດຣັດເຊຍ

2023-08-12 15:38:25 cri

 

ວັນທີ 10 ສິງຫານີ້, ພິທີເປີດສູນບໍລິການຂໍວີຊາຈີນຢູ່ມົສກູຣັດເຊຍໄດ້ຈັດຂຶ້ນຢູ່ນະຄອນຫຼວງມົສກູ, ສູນດັ່ງກ່າວໄດ້ຮັບການມອບໝາຍໂດຍສະຖານທູດຈີນປະຈຳຣັດເຊຍເພື່ອໃຫ້ການບໍລິການຂໍວີຊາຈີນ.

 

ທ່ານສຸ່ນເຫວີຍຕຸ່ງ ອັກຄະລັດຖະທູດຈີນປະຈຳຣັດເຊຍກ່າວໃນພິທີເປີດວ່າ: ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ການໄປມາຫາສູ່ກັນດ້ານບຸກຄະລາກອນລະຫວ່າງຈີນ ແລະຣັດເຊຍໄດ້ເພີ່ມຂຶ້ນຢ່າງວ່ອງໄວ, ປະຊາຊົນຣັດເຊຍມີຄວາມຫ້າວຫັນໄປທ່ຽວຈີນເພີ່ມຂຶ້ນຢ່າງຫຼວງຫຼາຍ. ຕໍ່ເລື່ອງນີ້, ຈີນໄດ້ສ້າງສູນບໍລິການຂໍວີຊາຈີນຢູ່ນະຄອນຫຼວງມົສກູ ແລະນະຄອນເຊນປີເຕີສເບີກປະເທດຣັດເຊຍ, ເພື່ອຍົກສູງລະດັບການບໍລິການຂໍວີຊາຈີນໃຫ້ປະຊາຊົນຣັດເຊຍຢ່າງຮອບດ້ານ.

 

ສະຖານທູດຈີນປະຈຳຣັດເຊຍໄດ້ແນະນຳໃຫ້ຮູ້ວ່າ: ສູນບໍລິການຂໍວີຊາຈີນຂອງນະຄອນຫຼວງມົສກູມີໜ້າທີ່ຮັບຜິດຊອບວຽກງານຂໍວີຊາ, ລວມທັງການຮັບໃບຂໍວີຊາ, ເກັບກຳຂໍ້ມູນຊີວະພາບ, ເກັບຄ່າວີຊາ, ອອກວີຊາ, ໃຫ້ຄຳປຶກສາ ແລະການບໍລິການອື່ນໆທີ່ສະຖານທູດຈີນຕ້ອງການໃຫ້ຜູ້ຂໍວີຊາ.