ອົງການສະຫະປະຊາຊາດໄດ້ເຄື່ອນຍ້າຍນ້ຳມັນເຊື້ອໄຟຈາກກຳປັ່ນ “ຊາເຢຍ” ຢ່າງສຳເລັດຜົນ

2023-08-12 16:31:59 CRI

 

ຕາມຂ່າວCRI: ວັນທີ 11 ສິງຫານີ້, ອົງການສະຫະປະຊາຊາດໄດ້ອອກຖະແຫຼງການວ່າ: ທິມງານວິສາວະກອນຂອງອົງການສະຫະປະຊາຊາດໄດ້ເຄື່ອນຍ້າຍນ້ຳມັນເຊື້ອໄຟຈາກກຳປັ່ນຮັກສານ້ຳມັນຂະໜາດໃຫຍ່ “ຊາເຢຍ” ໄປສູ່ກຳປັ່ນສຳຮອງຢ່າງສຳເລັດຜົນ, ເຊິ່ງໄດ້ຍົກເລີກການຂົ່ມຂູ່ຕໍ່ສິ່ງແວດລ້ອມນິເວດຂອງທະເລແດງຍ້ອນບັນຫາການຊຸດໂຊມຢ່າງໜັກໜ່ວງຂອງກຳປັ່ນຮັກສານ້ຳມັນລຳນີ້.

 

ກຳປັ່ນຮັກສານ້ຳມັນ “ຊາເຢຍ” ໄດ້ຮັບການດັດແປງໃນປີ 1987 ແລ້ວຈອດຢູ່ເຂດທະເລຂອງທະເລແດງທີ່ພາກເໜືອຂອງທ່າກຳປັ່ນຮູເດດາຂອງເຢເມນໃນປີ 1988, ຖືກນຳໃຊ້ໃນການຮັກສານ້ຳມັນ, ນັບແຕ່ເດືອນມີນາປີ 2015 ໄດ້ຮັບການຄວບຄຸມໂດຍກຳລັງປະກອບອາວຸດໂຮຊີຂອງເຢເມນແລ້ວ, ບໍ່ໄດ້ຮັບການກວດກາສ້ອມແປງມາໂດຍຕະຫຼອດ. ອົງການສະຫະປະຊາຊາດໄດ້ເຕືອນຫຼາຍເທື່ອແລ້ວວ່າກຳປັ່ນນ້ຳມັນເຊື້ອໄຟມີຄວາມສ່ຽງທີ່ຈະເກີດສະພາບນ້ຳມັນຮົ່ວ, ລະເບີດຫຼືໄຟ

ໄໝ້.