ຣັດເຊຍອ້າງວ່າໄດ້ລັດສະກັດລູກສອນໄຟຂອງທະຫານອູແກຣນທີ່ໂຈມຕີຂົວໃຫຍ່ກຣຶມສອງເທື່ອ

2023-08-13 15:45:26 CRI


    ວັນທີ 12 ສິງຫານີ້, ກະຊວງປ້ອງກັນປະເທດຣັດເຊຍຢືນຢັນວ່າ: ໃນເວລາປະມານ 13 ໂມງ ແລະ 15 ໂມງຕາມເວລາມົສກູຂອງມື້ດຽວກັນ, ທະຫານອູແກຣນໄດ້ເຈຕະນາໂຈມຕີຂົວໃຫຍ່ກຣຶມດ້ວຍລູກສອນໄຟສອງເທື່ອ,ກອງທັບປ້ອງກັນອາກາດຣັັດເຊຍໄດ້ປາກົດເຫັນລູກສອນໄຟສອງເທື່ອ ພ້ອມທັງໄດ້ປະຕິບັດການລັດສະກັດ,ການໂຈມຕີຄັ້ງນີ້ບໍ່ໄດ້ເຮັດໃຫ້ມີຄົນເສຍຊີວິດ ແລະ ບາດເຈັບ ພ້ອມທັງບໍ່ໄດ້ສ້າງຄວາມເສຍຫາຍດ້ານຊັບສິນແຕ່ຢ່າງໃດ.



    ສ່ວນອູແກຣນອ້າງວ່າ: ຂົວໃຫຍ່ກຣຶມໄດ້ເກີດລະເບີດໃນຕອນບ່າຍມື້ດຽວກັນ, ຈົນຕັດຂາດການຄົມມະນາຄົມຢູ່ຂົວໃຫຍ່.