ໄຟໄໝ້ລາມປ່າເກາະມາວອີເຂດຮາວາຍຂອງອາເມຣິກາຖືກຄວບຄຸມໄດ້ເປັນສ່ວນໃຫຍ່ແລ້ວ

2023-08-13 15:17:10 cri

ວັນທີ 12 ສິງຫານີ້, ສຳນັກຂ່າວ CNN ຂອງອາເມຣິກາລາຍາງານໃຫ້ຮູ້ວ່າ: ໄຟໄໝ້ລາມປ່າເກາະມາວອີເຂດຮາວາຍຂອງອາເມຣິກາ ທີ່ເຮັດໃຫ້ຕ້ອງຍົກຍ້າຍປະຊາຊົນຢູ່ເຂດການາປາລີເກາະມາວອີນັ້ນ ຖືກຄວບຄຸມໄດ້ເປັນສ່ວນໃຫຍ່ແລ້ວ.

ສື່ມວນຊົນທ້ອງຖິ່ນລາຍງານວ່າ: ໄຟໄໝ້ລາມປ່າຄັ້ງນີ້ໄດ້ກາຍເປັນໄພທຳມະຊາດທີ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍທີ່ສຸດຂອງລັດຮາວາຍ ນັບແຕ່ປີ 1959 ເປັນຕົ້ນມາ, ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 80 ຄົນ, ຫຼາຍພັນຄົນບໍ່ມີບ່ອນຢູ່ອາໄສ. ຄຽງຄູ່ກັບວຽກງານສືບຕໍ່ກູ້ໄພຊ່ວຍເຫຼືອແລ້ວ, ຈຳນວນຜູ້ເສຍຊີວິດອາດຈະເພີ່ມຂຶ້ນອີກ.


ອີງຕາມການປະເມີນຜົນຫຼ້າສຸດຂອງສູນໄພພິບັດປາຊີຟິກ ຫຼື PDC ແລະ ອົງການມາດຕະການຄຸ້ມຄອງການສຸກເສີນສະຫະລັດອາເມຣິກາ ຫຼື FEMA ທີ່ເປີດເຜີຍໃນວັນທີ 12 ສິງຫານີ້ ສະແດງໃຫ້ເຫັນວ່າ, ວຽກງານສ້າງສາຄືນໃໝ່ຢູ່ເຂດປະສົບໄພລາໄຮນາຕ້ອງການງົບປະມານມູນຄ່າ 5,52 ຕື້ໂດລາ.


ເກາະມາວອີເປັນເກາະໃຫຍ່ອັນດັບ 2 ຂອງໝູ່ເກາະຮາວາຍ, ມີປະຊາກອນຫຼາຍກວ່າ 1 ແສນຄົນ.