ຜູ້ນຳຣັດເຊຍຍຶດໝັ້ນປະຕິບັດຕາມຫຼັກການບໍ່ອະນຸຍາດກໍ່ສົງຄາມນິວເຄລຍ

2023-08-13 15:16:19 cri

ຫວ່າງມໍ່ໆມານີ້, ກະຊວງການຕ່າງປະເທດຣັດເຊຍໄດ້ເຜີຍແຜ່ແຈ້ງການສື່ມວນຊົນວ່າດ້ວຍ “ເນື້ອໃນທີ່ກ່ຽວຂ້ອງກັບຂໍ້ຕົກລົງທີ່ລູກສອນໄຟນິວເຄລຍທາງຍຸດທະສາດຂອງຣັດເຊຍ, ອັງກິດ ແລະ ອາເມຣິກາຈະບໍ່ເລັງໃສ່ກັນ”.


ແຈ້ງການລະບຸວ່າ: ພາຍໃຕ້ສະພາບການທີ່ສະຖານະການຄວາມໝັ້ນຄົງສາກົນ ແລະ ສະຖຽນລະພາບທາງຍຸດທະສາດຊຸດຮ້າຍລົງ, ການອະພິປາຍແບບເປີດເຜີຍ ກ່ຽວກັບບັນຫາທີ່ກ່ຽວຂ້ອງກັບຂໍ້ຕົກລົງ ທີ່ລູກສອນໄຟນິວເຄລຍທາງຍຸດທະສາດຂອງຣັດເຊຍ, ອັງກິດ ແລະ ອາເມຣິກາຈະບໍ່ເລັງໃສ່ກັນ ທີ່ 3 ປະເທດເລີ່ມປະຕິບັດແຕ່ຕົ້ນຊຸມປີ 1990 ເປັນຕົ້ນມາ ໄດ້ຟື້ນຟູຄືນຢ່າງຈະແຈ້ງ ໃນໄລຍະມໍ່ໆມານີ້. ມີບາງຄົນຮຽກຮ້ອງໃຫ້ຍົກເລີກຂໍ້ຕົກລົງ ແລະ ສັນຍາທີ່ກ່ຽວຂ້ອງ ທີ່ພົວພັນເຖິງຣັດເຊຍ ແລະ “ເລີ່ມປະຕິບັດກົນໄກນາບຂູ່ດ້ານນິວເຄລຍ” ເພື່ອເລັງລູກສອນໄຟນຳວິຖີຣັດເຊຍໃສ່ອາເມຣິກາແລະອັງກິດ.


ແຈ້ງການລະບຸຕື່ມວ່າ: ການຮັບປະກັນການນາບຂູ່ທີ່ແຝງຊ້ອນຢູ່ ແລະ ເຮັດໃຫ້ເຂົາບໍ່ກ້າຮຸກຮານສະຫະພັນຣັດເຊຍ ພ້ອມດ້ວຍປະເທດພັນທະມິດ ແມ່ນໜຶ່ງໃນບຸລິມະສິດສູງສຸດຂອງຣັດເຊຍ. ໃນຂະນະດຽວກັນ, ຜູ້ນຳຣັດເຊຍໄດ້ປະຕິບັດຕາມຫຼັກການບໍ່ອະນຸນາດໃຫ້ກໍ່ສົງຄາມນິວເຄລຍຢ່າງເດັດຂາດ. ຝ່າຍຣັດເຊຍເຫັນວ່າ, ສົງຄາມນິວເຄລຍຈະບໍ່ມີຝ່າຍໃດຊະນະ ແລະ ຈະກໍ່ສົງຄາມແບບນີ້ບໍ່ໄດ້ເດັດຂາດ.