ຊັບສິນມູນຄ່າເກືອບ 6 ຕື້ໂດລາຂອງອີຣານຢູ່ ສ.ເກົາຫຼີ ຖືກຍົກເລີກການອາຍັດ

2023-08-14 15:11:48 CRI

 

   ອີງຕາມສື່ມວນຊົນ ສ.ເກົາຫຼີ ແລະ ອີຣານ ຫຼາຍສໍານັກລາຍງານໃນວັນທີ 13 ສິງຫານີ້ໂດຍອ້າງຂໍ້ມູນຈາກທ່ານ ໂມຮາມມັດ ເຣຊາ ຟາຊີນ ຜູ້ວ່າການທະນາຄານກາງອີຣານ ແຈ້ງໃຫ້ຮູ້ຜ່ານສື່ສັງຄົມອອນລາຍໃນຫວ່າງມໍ່ໆມານີ້ວ່າ: ຊັບສິນມູນຄ່າເກືອບ 6 ຕື້ໂດລາຂອງອີຣານທີ່ຖືກ ສ.ເກົາຫຼີ ອາຍັດນັ້ນໄດ້ຖືກຍົກເລີກການອາຍັດທັງໝົດເປັນທີ່ຮຽບຮ້ອຍແລ້ວ, ຊັບສິນເຫຼົ່ານີ້ໄດ້ແລກປ່ຽນເປັນເງິນເອີໂຣໂດຍຜ່ານທະນາຄານຂອງປະເທດທີ 3 ແລ້ວ ແລະຈະໂອນເຂົ້າບັນຊີຂອງທະນາຄານອີຣານ 6 ແຫ່ງທີ່ຕັ້ງຢູ່ປະເທດກາຕາ ເພື່ອນໍາໃຊ້ເຂົ້າໃນການຊື້ສິນຄ້າທີ່ບໍ່ຖືກລົງໂທດຈາກຝ່າຍຕາເວັນຕົກ.


   ພາຍຫຼັງອາເມຣິກາຖອນຕົວອອກຈາກສັນຍານິວເຄລຍອີຣານພຽງແຕ່ຝ່າຍດ່ຽວ ແລະ ດໍາເນີນການລົງໂທດຫຼາຍຮອບຕໍ່ອີຣານ, ສ.ເກົາຫຼີ ໄດ້ອາຍັດຊັບສິນຂອງອີຣານຢູ່ ສ.ເກົາຫຼີ ນັບແຕ່ເດືອນພຶດສະພາປີ 2019 ເປັນຕົ້ນມາ. ອີງຕາມຂ່າວສານສາທາລະນະລັດອິສລາມຂອງອີຣານຫຼື IRNA ລາຍງານໃນວັນທີ 10 ສິງຫານີ້ວ່າ: ອີຣານ ແລະ ອາເມຣິກາໄດ້ບັນລຸສັນຍາແລກປ່ຽນນັກໂທດທີ່ມີເງື່ອນໄຂໃນຫວ່າງມໍ່ໆມານີ້, ຈາກນັ້ນ, ຊັບສິນທີ່ຖືກອາຍັດຢູ່ຕ່າງປະເທດມີມູນຄ່າຫຼາຍຕື້ໂດລາຂອງອີຣານຈະຖືກຍົກເລີກການອາຍັດ, ໃນນັ້ນລວມທັງຊັບສິນມູນຄ່າເກືອບ 6 ຕື້ໂດລາທີ່ຖືກອາຍັດຢູ່ ສ.ເກົາຫຼີ ແລະ ຊັບສິນຈໍານວນຫຼວງຫຼາຍທີ່ຖືກອາຍັດຢູ່ປະເທດອີຣັກ.