ລາຄາອາຍແກັສທຳມະຊາດຢູ່ສະຫະພາບເອີຣົບເພີ່ມສູງຂຶ້ນ

2023-08-14 15:07:40 cri


ໃນໄລຍະມໍ່ໆມານີ້, ຍ້ອນຄວາມກັງວົນຕໍ່ການສະໜອງການນຳເຂົ້າອາຍແກັສທຳມະຊາດແບບທາດແຫຼວມີບໍ່ພຽງພໍ, ເຮັດໃຫ້ລາຄາອາຍແກັສທຳມະຊາດຢູ່ສະຫະພາບເອີຣົບເພີ່ມສູງຂຶ້ນ 40%. ຜູ້ຊ່ຽວຊານວິເຄາະວ່າ: ຍ້ອນໄດ້ຮັບຜົນກະທົບຈາກການປະທະກັນລະຫວ່າງຣັດເຊຍ-ອູແກຣນ, ສະຫະພາບເອີຣົບໄດ້ຫຼຸດການນຳເຂົ້າພະລັງງານຈາກຣັດເຊຍເພື່ອລົງໂທດຣັດເຊຍ ແລະ ຊອກຫາພະລັງງານເຂົ້າມາທົດແທນພະລັງງານຣັດເຊຍ, ແຕ່ມາດຕະການນີ້ບໍ່ພຽງແຕ່ເຮັດໃຫ້ເກີດວິກິດການດ້ານພະລັງງານຢູ່ເອີຣົບເທົ່ານັ້ນ, ຍັງເຮັດໃຫ້ສະຫະພາບເອີຣົບອາໄສການສະໜອງພະລັງງານຂອງພາກພື້ນອື່ນໆຫຼາຍຂຶ້ນ ເຮັດໃຫ້ລາຄາພະລັງງານມີການປ່ຽນແປງຢ່າງຫຼວງຫຼາຍ.

ລາຄາອາຍແກັສທຳມະຊາດຢູ່ສະຫະພາບເອີຣົບເພີ່ມສູງຂຶ້ນຄັ້ງນີ້ ແມ່ນຍ້ອນຂ່າວທີ່ວ່າ: ຂະແໜງການອາຍແກັສທຳມະຊາດແບບທາດແຫຼວຂອງອົສຕຣາລີຈະຢຸດງານເພື່ອປະທ້ວງ, ເລື່ອງນີ້ອາດຈະກະທົບເຖິງການສົ່ງອອກອາຍແກັສທຳມະຊາດແບບທາດແຫຼວ ເຊິ່ງເຮັດໃຫ້ສະຫະພາບເອີຣົບກັງວົນວ່າການສະໜອງພະລັງງານມີບໍ່ພຽງພໍ. ຜູ້ຊ່ຽວຊານທາງການເມືອງສາກົນກ່າວວ່າ: ເຫດການນີ້ເປັນຜົນຮ້າຍຢ້ອນຄືນຍ້ອນສະຫະພາບເອີຣົບລົງໂທດຣັດເຊຍ, ແຜນການຂອງສະຫະພາບເອີຣົບເພື່ອຊອກຫາພະລັງງານໝູນວຽນເຂົ້າມາທົດແທນພະລັງງານຣັດເຊຍກໍບໍ່ປະສົບຜົນສຳເລັດ, ສະຫະພາບເອີຣົບລົງໂທດຣັດເຊຍຍ່ອມຈະສ້າງຜົນກະທົບທາງລົບໂດຍກົງໃຫ້ແກ່ຕະຫຼາດພະລັງງານເອີຣົບເປັນໄລຍະໜຶ່ງ.