ອາເມຣິກາປະຕິເສດອອກວິຊາໃຫ້ເຈົ້າໜ້າທີ່ຣັດເຊຍທີ່ຈະເຂົ້າຮ່ວມກອງປະຊຸມ ອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ

2023-08-15 10:31:57 cri


ວັນທີ 14 ສິງຫານີ້ຕາມເວລາທ້ອງຖິ່ນ, ທ່ານອານາໂຕລີ ອັນໂຕນົຟ ເອກອັກຄະລັດຖະທູດຣັດເຊຍປະຈຳອາເມຣິກາກ່າວວ່າ: ອາເມຣິກາປະຕິເສດອອກວິຊາໃຫ້ຜູ້ຕາງໜ້າຣັດເຊຍທີ່ຈະເຂົ້າຮ່ວມກອງປະຊຸມທີ່ກ່ຽວຂ້ອງຂອງອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ ຫຼື ເອເປັກ (APEC), “ເຈົ້າໜ້າທີ່ຫຼາຍພາກສ່ວນແລະອົງການລັດຖະບານກໍບໍ່ໄດ້ຮັບວິຊາເພື່ອເຂົ້າດິນແດນອາເມຣິກາ” ເຊັ່ນດຽວກັນ.

ກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການເອເປັກປະຈຳປີ 2023 ຈະໄຂຂຶ້ນຢູ່ນະຄອນຊັນຟຣານຊິສໂກຂອງອາເມຣິກາໃນເດືອນພະຈິກປີນີ້ ໂດຍຈະຈັດກອງປະຊຸມລະດັບລັດຖະມົນຕີ, ກອງປະຊຸມເຈົ້າໜ້າທີ່ອາວຸໂສ ແລະ ອື່ນໆກ່ອນ.