ເວທີເປິກສາຫາລືການຮ່ວມມືສື່ມວນຊົນ “ຄູ່ຮ່ວມອາຟຣິກາ” 2023 ຈັດຂຶ້ນຢູ່ນະຄອນຫຼວງໄນໂຣບີ

2023-08-15 10:59:43 CRI

 

   ວັນທີ 14 ສິງຫານີ້, ເວທີເປິກສາຫາລືການຮ່ວມມືສື່ມວນຊົນ “ຄູ່ຮ່ວມອາຟຣິກາ” 2023 ທີ່ວິທະຍຸໂທລະພາບສູນກາງຈີນ ຫຼື CMG ແລະ ສະຫະພັນວິທະຍຸອາຟຣິກາຮ່ວມກັນເປັນເຈົ້າພາບນັ້ນໄດ້ຈັດຂຶ້ນຢູ່ນະຄອນຫຼວງໄນໂຣບີຂອງເຄັນຢາ. ເວທີເປິກສາຫາລືຄັ້ງນີ້ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້: ສະແຫວງຫາການຖອດຖອນບົດຮຽນດ້ານອະລິຍະທຳເຊິ່ງກັນແລະກັນ, ຮ່ວມກັນສ້າງອະນາຄົດທີ່ສົດໃສ. ທ່ານ ຫູເຫີຜິງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງວັດທະນະທໍາ ແລະ ທ່ອງທ່ຽວຈີນໄດ້ເຂົ້າຮ່ວມເວທີເປິກສາຫາລືແລະກ່າວຄໍາປາໄສ, ທ່ານ ເຊີ້ນໄຫສົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ, ຜູ້ອຳນວຍການໃຫຍ່ CMG ໄດ້ກ່າວຄໍາປາໄສໂດຍຜ່ານຮູບແບບວິດີໂອ, ມີທ່ານ ເຈຈອຍເຣເອັນ ຈາກາ ຫົວໜ້າຜູ້ບໍລິຫານສະຫະພັນວິທະຍຸອາຟຣິກາ, ທ່ານ ໂຈ່ວຜິງຈ້ຽນ ເອກອັກຄະລັດຖະທູດຈີນປະຈໍາເຄັນຢາພ້ອມດ້ວຍຜູ້ຮັບຜິດຊອບອົງການສື່ມວນຊົນ, ຜູ້ຊ່ຽວຊານ ແລະ ນັກວິຊາການຈາກ 27 ປະເທດອາຟຣິກາ ເຊັ່ນ: ເຄັນຢາ, ອາຟຣິກາໃຕ້, ນີເຊຣີ ເປັນຕົ້ນ ພ້ອມດ້ວຍຜູ້ຕາງໜ້າວິສາຫະກິດຈີນ-ອາຟຣິກາຮ້ອຍກວ່າຄົນໄດ້ເຂົ້າຮ່ວມເວທີເປິກສາຫາລືຜ່ານຮູບແບບເຊິ່ງໜ້າ ແລະ ຮູບແບບວິດີໂອ.



   ໃນຖານະທີ່ເປັນໜຶ່ງໃນຜົນສໍາເລັດອັນສໍາຄັນຂອງເວທີເປິກສາຫາລື, ໃນເວທີເປິກສາຫາລືໄດ້ເຜີຍແຜ່ “ຖະແຫຼງການຮ່ວມວ່າດ້ວຍເວທີເປິກສາຫາລືການຮ່ວມມືສື່ມວນຊົນ ‘ຄູ່ຮ່ວມອາຟຣິກາ’ 2023” ຢູ່ກັບທີ່ ເຊິ່ງມີ CMG ແລະ ສະຫະພັນວິທະຍຸອາຟຣິກາຮ່ວມກັນລິເລີ່ມ, ມີຈຸດປະສົງເພື່ອສົ່ງເສີມລົງເລິກການຮ່ວມມືລະຫວ່າງສື່ມວນຊົນ ເພື່ອລາຍງານຂ່າວກ່ຽວກັບຈີນ-ອາຟຣິກາໃຫ້ດີ; ເພີ່ມທະວີຄວາມສາມັກຄີ ແລະ ປະສານງານກັນ ເພື່ອປົກປັກຮັກສາຄວາມຍຸຕິທຳ ແລະ ຄວາມເປັນທຳ; ຍຶດໝັ້ນນໍາພາການປະດິດສ້າງ ເພື່ອເພີ່ມປະສິດທິພາບໃຫ້ສູງຂຶ້ນໂດຍຜ່ານເຕັກໂນໂລຊີ.