ປະທານາທິບໍດີອາແຊກໄບຊານກ່າວວ່າ: ຈີນເປັນພຽງປະເທດດຽວທີ່ຊ່ວຍເຫຼືອວັກຊິນໃຫ້ແກ່ອາເຊັກໄບຊັງໃນໄລຍະຫຍຸ້ງຍາກທີ່ສຸດ

2023-08-15 15:32:47 cri


ຫວ່າງມໍ່ໆມານີ້, ທ່ານອິລິຮາມ ເຮດາ ໂອກລູ ອາລິເຢຟ ປະທານາທິບໍດີອາແຊກໄບຊານ ໄດ້ໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນ ຫຼື CMG ວ່າ: ຈີນເປັນພຽງປະເທດດຽວທີ່ຊ່ວຍເຫຼືອວັກຊິນໃຫ້ແກ່ອາແຊກໄບຊານໃນໄລຍະຫຍຸ້ງຍາກທີ່ສຸດ.

ທ່ານອາລິເຢຟ ກ່າວວ່າ: ຈີນໃຫ້ການຊ່ວຍເຫຼືອແກ່ປະເທດທີ່ມີຄວາມຕ້ອງການແຕ່ບໍ່ສາມາດໄດ້ຮັບການຊ່ວຍເຫຼືອຈາກຊ່ອງທາງອື່ນໃນທັນທີແບບເອື້ອເຟື້ອເຜື່ອແຜ່. ຕົວຢ່າງຄືອາແຊກໄບຊານ, ໃນໄລຍະເບື້ອງຕົ້ນທີ່ເກີດການແພ່ລະບາດຂອງພະຍາດໂຄວິດ-19, ອາແຊກໄບຊານໄດ້ປະເຊີນກັບຄວາມຫຍຸ້ງຍາກທີ່ໜັກໜ່ວງຍ້ອນບໍ່ມີວັກຊິນ, ຈີນເປັນພຽງປະເທດດຽວທີ່ໄດ້ຊ່ວຍເຫຼືອວັກຊິນໃຫ້ພວກຂ້າພະເຈົ້າໃນເວລານັ້ນ. ແຕ່ພ້ອມກັນນັ້ນ, ປະເທດຕາເວັນຕົກຈຳນວນໜຶ່ງຊ້ຳພັດສະສົມວັກຊິນຫຼາຍກວ່າຄວາມຕ້ອງການຕົວຈິງເຖິງ 5 ເທົ່າ ເຊິ່ງເຮັດໃຫ້ປະຊາຊົນໃນປະເທດທີ່ບໍ່ສາມາດຜະລິດ ແລະ ບໍ່ສາມາດໄດ້ຮັບວັກຊິນນັ້ນບໍ່ໄດ້ຮັບວັກຊິນເລີຍ. ດັ່ງນັ້ນ, ການກະທຳຂອງພວກເຂົາເປັນການສະແດງໃຫ້ເຫັນເຖິງ “ລັດທິເຊື້ອຊາດດ້ານວັກຊິນ”. ເລື່ອງນີ້ໄດ້ສ່ອງແສງໃຫ້ເຫັນຫຼັກໝັ້ນນະໂຍບາຍຂອງຈີນທີ່ມີຕໍ່ອາແຊກໄບຊານຢ່າງເຕັມປ່ຽມ. ຂ້າພະເຈົ້າເຊື່ອໝັ້ນວ່າ: ສຳລັບທຸກປະເທດທີ່ຕ້ອງການຄວາມຊ່ວຍເຫຼືອ, ຈີນຈະໃຊ້ນະໂຍບາຍແບບນີ້ເຊັ່ນດຽວກັນ.