ການລົງໂທດຂອງອາເມຣິກາເຮັດໃຫ້ການຟື້ນຕົວຄືນຂອງເສດຖະກິດອັຟການິດສະຖານປະເຊີນກັບຄວາມຫຍຸ້ງຍາກລໍາບາກຫຼາຍ

2023-08-16 14:29:36 CRI

 

   ວັນທີ 15 ສິງຫານີ້ຕາມເວລາທ້ອງຖິ່ນ, ລັດຖະບານຊົ່ວຄາວອັຟການິດສະຖານໄດ້ຈັດພິທີເດີນຂະບວນເພື່ອສະເຫຼີມສະຫຼອງການຄອງອໍານາດຄົບຮອບ 2 ປີ. ໃນໂອກາດດັ່ງກ່າວ, ປະຊາຊົນອັຟການິດສະຖານທີ່ເຂົ້າຮ່ວມການເດີນຂະບວນຈໍານວນໜຶ່ງໄດ້ໃຫ້ສໍາພາດຕໍ່ນັກຂ່າວວ່າ: ເຖິງວ່າປັດຈຸບັນນີ້, ສະພາບຄວາມໝັ້ນຄົງຂອງທ້ອງຖິ່ນໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຫຼວງຫຼາຍກໍຕາມ, ແຕ່ການລົງໂທດຂອງອາເມຣິກາໄດ້ເຮັດໃຫ້ການຟື້ນຕົວຄືນຂອງເສດຖະກິດອັຟການິດສະຖານປະເຊີນກັບຄວາມຫຍຸ້ງຍາກລໍາບາກຫຼາຍ.



   ອີງຕາມບົດລາຍງານສະບັບໜຶ່ງຂອງອົງການສະຫະປະຊາຊາດຄາດຄະເນວ່າ: ປີ 2023, ເຖິງວ່າການລະດົມທຶນດ້ານມະນຸດສະທໍາທີ່ຮຽກຮ້ອງຕ້ອງການນັ້ນສູງເຖິງ 4,6 ຕື້ໂດລາກໍຕາມ, ແຕ່ນັບມາຮອດເດືອນເມສາປີ 2023, ທຶນທີ່ສາມາດເຂົ້າເຖິງໄດ້ມີພຽງແຕ່ບໍ່ຮອດ 5% ເທົ່ານັ້ນ. ພາຍໃຕ້ກໍລະນີທີ່ຂາດເຂີນທຶນຊ່ວຍເຫຼືອຫຼາຍປານນີ້, ອາເມຣິກາຊໍ້າພັດຍັງປະຕິເສດບໍ່ສົ່ງສັບຊິນຢູ່ຕ່າງປະເທດຂອງທະນາຄານກາງອັຟການິສະຖານຄືນ.


   ຜູ້ຊ່ຽວຊານອັຟການິດສະຖານເປັນຫ່ວງວ່າ: ບັນຫາທີ່ນໍາມາຈາກການລົງໂທດຂອງອາເມຣິກາຈະສ້າງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນໃນດ້ານຕ່າງໆ, ນອກຈາກເສດຖະກິດສືບຕໍ່ອ່ອນແອ, ຕະຫຼາດຂາດຄວາມມີຊີວິດຊີວາແລ້ວ, ຍັງຈະສ້າງຜົນກະທົບຕໍ່ຂົງເຂດຕ່າງໆ ເຊັ່ນ: ການຢາ ແລະ ສາທາລະນະສຸກ ເປັນຕົ້ນ, ເຊິ່ງຈະເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນທີ່ທຸກຍາກຢູ່ແລ້ວນັ້ນຍິ່ງຊຸດຮ້າຍລົງຕື່ມອີກ.