ລັດຖະມົນຕີປ້ອງກັນປະເທດຈີນເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງສາກົນມົສກູຄັ້ງທີ 11

2023-08-16 11:27:29 CRI

   ກອງປະຊຸມຄວາມໝັ້ນຄົງສາກົນມົສກູຄັ້ງທີ 11 ໄດ້ໄຂຂຶ້ນໃນວັນທີ 15 ສິງຫານີ້ຢູ່ນະຄອນຫຼວງມົສກູຂອງຣັດເຊຍ, ທ່ານ ຫຼີຊ້າງຝູ ທີ່ເປິກສາແຫ່ງລັດທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມ ແລະ ກ່າວຄໍາປາໄສ.


   ໃນໂອກາດດັ່ງກ່າວ, ທ່ານ ຫຼີຊ້າງຝູ ກ່າວວ່າ: ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ສະເໜີຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກ, ສົ່ງເສີມທັດສະນະດ້ານຄວາມໝັ້ນຄົງທີ່ມີລັກສະນະຮ່ວມກັນ, ກວມລວມ, ຮ່ວມມື ແລະ ຍືນຍົງ, ເດີນຕາມເສັ້ນທາງແຫ່ງຄວາມໝັ້ນຄົງແບບໃໝ່ທີ່ “ສົນທະນາກັນແຕ່ຫາກບໍ່ແມ່ນເປັນປໍລະປັກກັນ, ເປັນເພື່ອນມິດກັນແຕ່ບໍ່ຮ່ວມກຸ່ມ, ຕ່າງຝ່າຍຕ່າງມີຜົນປະໂຫຍດແຕ່ຫາກບໍ່ແມ່ນເກມຜົນລວມເປັນສູນ” ເຊິ່ງໄດ້ຮັບສຽງຕອບຮັບຢ່າງຕັ້ງໜ້າຈາກປະຊາຄົມໂລກ. ຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກໄດ້ແບກຫາບຄວາມປາດຖະໜາຕໍ່ສັນຕິພາບໂລກ, ຄວາມຄອງຄອຍຕໍ່ການຢູ່ຮ່ວມກັນຢ່າງປອງດອງ ກໍຄືການສະແຫວງຫາຕໍ່ການພັດທະນາຮ່ວມກັນ. ຝ່າຍຈີນຄອງຄອຍພ້ອມກັບປະເທດຕ່າງໆ, ຮ່ວມກັນຈັດຕັ້ງປະຕິບັດຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກ ເພື່ອເພີ່ມຄວາມໝັ້ນຄົງ ແລະ ພະລັງແຮງໃນທາງບວກຫຼາຍກວ່າເກົ່າໃຫ້ກັບໂລກທີ່ສັບສົນປັ່ນປ່ວນ.


   ທ່ານ ຫຼີຊ້າງຝູ ກ່າວຕື່ມວ່າ: ກອງທັບຈີນເປັນກໍາລັງເດັດດ່ຽວໃນການປົກປັກຮັກສາສັນຕິພາບໂລກ. ພວກຂ້າພະເຈົ້າຍິນດີສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງຍຸດທະສາດຄວາມໝັ້ນຄົງດ້ານການທະຫານ ກໍຄືການຮ່ວມມືຕົວຈິງໃນຂົງເຂດຕ່າງໆກັບກອງທັບປະເທດຕ່າງໆ, ຮ່ວມກັນສ້າງເວທີການຮ່ວມມືດ້ານຄວາມໝັ້ນຄົງ ເພື່ອປະກອບສ່ວນອັນໃໝ່ໃຫຍ່ຫຼວງກວ່າເກົ່າເຂົ້າໃນການປົກປັກຮັກສາສັນຕິພາບໂລກ.