ຜູ້ເຂົ້າຮ່ວມການເລືອກຕັ້ງປະທານາທິບໍດີອາເມຣິກາຮັບຮອງວ່າ: ອາເມຣິກາມີຫ້ອງທົດລອງຊີວະພາບທີ່ໃຊ້ເຂົ້າໃນການພັດທະນາອາວຸດຊີວະພາບຢູ່ອູແກຣນ

2023-08-16 11:10:52 cri


ວັນທີ 14 ສິງຫານີ້ຕາມເວລາທ້ອງຖິ່ນ, ທ່ານຕັກເກີ ຄາຊົນ ອະດີດໂຄສົກຊ່ອງຂ່າວໂທລະພາບ FOX ນັກຂ່າວທີ່ມີຊື່ສຽງຂອງອາເມຣິກາໄດ້ເຜີຍແຜ່ລາຍການສຳພາດທ່ານໂຣເບີດ ຟຣານຊິສ ເກັນນິດີ ຜູ້ເຂົ້າຮ່ວມການເລືອກຕັ້ງປະທານາທິບໍດີຂອງພັກປະຊາທິປະໄຕອາເມຣິກາລົງໃນສື່ສັງຄົມອອນລາຍ. ໃນການໃຫ້ສຳພາດ, ທ່ານເກັນນິດີ ໄດ້ຮັບຮອງວ່າ: ອາເມຣິກາມີຫ້ອງທົດລອງດ້ານຊີວະພາບຢູ່ອູແກຣນທີ່ພວມພັດທະນາອາວຸດຊີວະພາບ. ຫ້ອງທົດລອງນີ້ສາມາດຜະລິດສິ່ງທີ່ໜ້າຢ້ານກົວໄດ້.