ລັດຖະບານສ.ເກົາຫຼີຖືກຊາວປະມົງປະເທດຕົນກ່າວຟ້ອງຍ້ອນບໍ່ໄດ້ໃຊ້ມາດຕະການທີ່ຕັ້ງໜ້າເພື່ອສະກັດກັ້ນຍີ່ປຸ່ນລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ

2023-08-17 11:07:18 cri


ວັນທີ 16 ສິງຫານີ້, ຊາວປະມົງ, ຊາວກະສິກອນ ແລະ ຊາວເມືອງທົ່ວໄປຂອງສ.ເກົາຫຼີມີຈຳນວນ 40.000 ກວ່າຄົນໄດ້ຍື່ນຄຳຮ້ອງຕໍ່ສານລັດຖະທຳມະນູນສ.ເກົາຫຼີ ເພື່ອກ່າວຟ້ອງປະທານາທິບໍດີສ.ເກົາຫຼີພ້ອມດ້ວຍເຈົ້າທີ່ທີ່ກ່ຽວຂ້ອງຂອງລັດຖະບານບໍ່ໄດ້ນຳໃຊ້ມາດຕະການທີ່ຕັ້ງໜ້າເພື່ອສະກັດກັ້ນຍີ່ປຸ່ນລະບາຍນ້ຳປົນເປື້ອນລັງສີນິວເຄລຍຟູຄູຊິມະລົງສູ່ທະເລ.

ທີມງານທະນາຍຄວາມທີ່ຮັບຜິດຊອບຄະດີດັ່ງກ່າວຢືນຢັນວ່າ: ລັດຖະບານສ.ເກົາມີພັນທະໃນການສະກັດກັ້ນການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ ເພື່ອປົກປ້ອງສິດດ້ານຊີວິດຂອງປະຊາຊົນ, ອະນຸລັກສິ່ງແວດລ້ອມ, ປ້ອງກັນໄພພິບັດ, ຮັກສາຊັບພະຍາກອນທາງທະເລ ແລະ ຂະແໜງການປະມົງ. ແຕ່ລັດຖະບານສ.ເກົາຫຼີຊ້ຳພັດບໍ່ເຄີຍມີຄວາມເຫັນຄັດຄ້ານຈັກເທື່ອ, ແຕ່ຫາກກ່າວອ້າງວ່າ: ເຄົາລົບເນື້ອໃນບົດລາຍງານຂອງອົງການພະລັງງານປະລະມານູສາກົນ, ທັງສະແຫວງຫາຄວາມເຂົ້າໃຈຈາກປະຊາຊົນ, ອະນຸຍາດໃຫ້ຍີ່ປຸ່ນລະບາຍນ້ຳປົນເປື້ອນລັງສີນິວເຄລຍຟູຄູຊິມະລົງສູ່ທະເລ. ດັ່ງນັ້ນ, ການກະທຳທີ່ໄຮ້ປະໂຫຍດຂອງລັດຖະບານສ.ເກົາຫຼີ ໄດ້ລະເມີດສິດພື້ນຖານຕ່າງໆຂອງພົນລະເມືອງ ເຊັ່ນ: ສິດດ້ານຊີວິດ, ສິດສຸຂະພາບ, ສິດສິ່ງແວດລ້ອມ, ສິດຊັບສິນ ແລະ ສິດອອກແຮງງານເປັນຕົ້ນ.