ຣັດເຊຍຈັດກອງປະຊຸມຖະແຫຼງຂ່າວກ່ຽວກັບສະພາບການສືບສວນການເຄື່ອນໄຫວທາງການທະຫານຊີວະພາບຂອງອາເມຣິກາ

2023-08-17 14:46:20 cri


ວັນທີ 16 ສິງຫານີ້, ທ່ານກິຣິໂລຟ ຜູ້ບັນຊາການກອງທັບປ້ອງກັນກຳມັນຕະພາບລັງສີ, ເຄມີ ແລະ ຊີວະພາບຣັດເຊຍໄດ້ຈັດກອງປະຊຸມຖະແຫຼງຂ່າວກ່ຽວກັບສະພາບການສືບສວນການເຄື່ອນໄຫວທາງການທະຫານຊີວະພາບຂອງອາເມຣິກາ.

ທ່ານກິຣິໂລຟກ່າວວ່າ: ໂຄງການທີ່ກ່ຽວຂ້ອງຂອງກອງທັບອາເມຣິກາຕົ້ນຕໍແມ່ນຄົ້ນຄວ້າອັນທີ່ເອີ້ນວ່າເຊື້ອພະຍາດ, ເຊື້ອຈຸລິນຊີ ແລະ ອື່ນໆທີ່ກ່ຽວພັນເຖິງອາວຸດຊີວະພາບທີ່ມີກຳລັງບົ່ມຊ້ອນຢູ່. ເອກະສານທີ່ຣັດເຊຍໄດ້ຮັບນັ້ນສະແດງໃຫ້ເຫັນວ່າ: ສະຖາບັນຄົ້ນຄວ້າພະຍາດຕິດແປດຂອງກອງທັບບົກອາເມຣິກາທີ່ຕັ້ງຢູ່ຟອດ ເດທຣິກ ໄດ້ເຂົ້າຮ່ວມການເຄື່ອນໄຫວຕ່າງໆໂດຍກົງ ເຊັ່ນ: ເກັບກຳຕົວຢ່າງເຊື້ອພະຍາດອັນຕະລາຍຢູ່ຫຼາຍພາກພື້ນຂອງໂລກ ແລະ ວິໄຈຢາທີ່ບໍ່ໄດ້ລົງທະບຽນເປັນຕົ້ນ ເຊິ່ງລວມທັງໂຄງການຊີວະພາບທີ່ປະຕິບັດຢູ່ອູແກຣນ. ທ່ານກິຣິໂລຟກ່າວວ່າ: ຈາກຂໍ້ມູນເຫຼົ່ານີ້ຈຶ່ງເຫັນໄດ້ວ່າ: ກະຊວງປ້ອງກັນປະເທດອາເມຣິກາມີຄວາມສົນໃຈຕໍ່ເຊື້ອພະຍາດແລະໄວລັດທີ່ສາມາດພາໃຫ້ເກີດພະຍາດ ແລະ ເກີດການແພ່ລະບາດ, ສ່ວນບໍລິສັດການຢາຊີວະພາບອາເມຣິກາຈະໄດ້ຮັບຜົນປະໂຫຍດຈາກເຫດການລັກສະນະນີ້.