ປະຊາຊົນຍີ່ປຸ່ນແລະສ.ເກົາຫຼີໂຮມຊຸມນຸມເພື່ອປະທ້ວງກອງປະຊຸມສຸດຍອດລະຫວ່າງອາເມຣິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ

2023-08-18 15:01:47 cri


ວັນທີ 17 ສິງຫານີ້, ທ່ານຟູມິໂອ ກິຊິດະ ນາຍົກລັດຖະມົນຕີຍີ່ປຸ່ນໄດ້ເດີນທາງໄປອາເມຣິກາ ເພື່ອເຂົ້າຮ່ວມການພົບປະເຈລະຈາລະຫວ່າງຜູ້ນຳອາເມຣິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ. ຕອນຄ່ຳມື້ດຽວກັນ, ປະຊາຊົນຍີ່ປຸ່ນ ແລະ ສ.ເກົາຫຼີໄດ້ຈັດການ ໂຮມຊຸມນຸມປະທ້ວງຢູ່ຕໍ່ໜ້າສຳນັກງານນາຍົກລັດຖະມົນຕີຍີ່ປຸ່ນ, ຮຽກຮ້ອງໃຫ້ການພົບປະເຈລະຈາລະຫວ່າງຜູ້ນຳສາມປະເທດຍຸດຕິການສ້າງສະຖານະການເຄັ່ງຕຶງຢູ່ພາກພື້ນອາຊີຕາເວັນອອກ.

ຕອນຄ່ຳວັນທີ 17 ສິງຫານີ້, ປະຊາຊົນຍີ່ປຸ່ນ ແລະ ສ.ເກົາຫຼີຈຳນວນໜຶ່ງໄດ້ມາຮອດໜ້າປະຕູສຳນັກງານນາຍົກລັດຖະມົນຕີຍີ່ປຸ່ນ, ປະທ້ວງການພົບປະເຈລະຈາລະຫວ່າງຜູ້ນຳສາມປະເທດດັ່ງກ່າວດ້ວຍການຮ້ອງຄຳຂວັນທີ່ກ່ຽວຂ້ອງ. ຜູ້ປະທ້ວງຢືນຢັນວ່າ: ໄລຍະມໍ່ໆມານີ້, ອາເມຣິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີໄດ້ເພີ່ມທະວີກຳລັງທາງການທະຫານຢູ່ພາກພື້ນອາຊີຕາເວັນອອກຢ່າງບໍ່ຢຸດຢັ້ງ, ຈັດການຊ້ອມຮົບຮ່ວມຢູ່ເລື້ອຍໆ ໂດຍໄດ້ສ້າງສະຖານະການໃຫ້ເຄັ່ງຕຶງຂຶ້ນ. ແຕ່ການສ້າງປັດໄຈທີ່ບໍ່ໝັ້ນຄົງຢູ່ພາກພື້ນອາຊີຕາເວັນອອກແບບນີ້ ພຽງແຕ່ສອດຄ່ອງກັບຜົນປະໂຫຍດດ້ານຍຸດທະສາດຂອງອາເມຣິກາເທົ່ານັ້ນ.

ນອກນີ້, ມີຜູ້ປະທ້ວງກ່າວວ່າ: ຍີ່ປຸ່ນບໍ່ພຽງແຕ່ບໍ່ໄດ້ສຳນຶກຜິດຕໍ່ໂທດກຳທີ່ກໍ່ຂຶ້ນໃນສົງຄາມເທົ່ານັ້ນ, ຍັງໄດ້ໃຊ້ມາດຕະການຜ່ອນຄາຍໃນດ້ານການທະຫານ, ເພີ່ມລາຍຈ່າຍດ້ານການປ້ອງກັນຕົວຢ່າງບໍ່ຢຸດຢັ້ງ, ເພີ່ມທະວີການພົວພັນກັບພັນທະມິດທາງການທະຫານ, ການກະທຳແບບນີ້ແມ່ນບໍ່ມີຄວາມຮັບຜິດຊອບຕໍ່ປະຊາຊົນອາຊີທີ່ປະສົບເຄາະຮ້າຍໃນສົງຄາມ.