ຈີນຄັດຄ້ານສະພາຄວາມໝັ້ນຄົງສປຊພິຈາລະນາສະພາບການສິດທິມະນຸດຂອງສປປເກົາຫຼີ

2023-08-18 16:58:30 CRI


ວັນທີ 17 ສິງຫານີ້, ທ່ານເກີງຊວງ ຮອງຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດກ່າວວ່າ, ຈີນຄັດຄ້ານສະພາຄວາມໝັ້ນຄົງອົງການສະຫະປະຊາຊາດພິຈາລະນາສະພາບການສິດທິມະນຸດຂອງສປປເກົາຫຼີ, ເຊິ່ງຫຼັກໝັ້ນນີ້ມີຄວາມຈະແຈ້ງທີ່ສຸດ.

 

ມື້ດຽວກັນ, ໃນເວລາປະກອບຄຳເຫັນໃນກອງປະຊຸມເປີດເຜີຍຂອງສະພາຄວາມໝັ້ນຄົງກ່ຽວກັບບັນຫາສິດທິມະນຸດຢູ່ສປປເກົາຫຼີ, ທ່ານເກີງຊວງກ່າວວ່າ, ອີງຕາມ “ກົດບັດສະຫະປະຊາຊາດ”, ພາລະໜ້າທີ່ອັນດັບໜຶ່ງຂອງສະພາຄວາມໝັ້ນຄົງແມ່ນປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຂອງສາກົນ, ແຕ່ບໍ່ແມ່ນຊຳລະແກ້ໄຂບັນຫາສິດທິມະນຸດ. ສະພາບການສິດທິມະນຸດຂອງສປປເກົາຫຼີບໍ່ໄດ້ສ້າງໄພຂົ່ມຂູ່ຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງຂອງສາກົນ. ໃນປັດຈຸບັນນີ້, ສະພາບການສາກົນມີຄວາມວຸ້ນວາຍ ແລະ ສະຫຼັບສັບຊ້ອນ, ວິກິດການ ແລະ ສິ່ງທ້າທາຍຊະນິດຕ່າງໆເກີດຂຶ້ນຢູ່ເລື້ອຍໆ, ໂລກທີ່ພວກເຮົາດຳລົງຊີວິດຢູ່ນີ້ໄດ້ປະເຊີນກັບຄວາມບໍ່ໝັ້ນຄົງ ແລະ ຄວາມບໍ່ແນ່ນອນນັບມື້ນັບຫຼາຍຂຶ້ນ. ສະພາຄວາມໝັ້ນຄົງຄວນສຸມກຳລັງປະຕິບັດພາລະໜ້າທີ່ທີ່ກົດບັດສະຫະປະຊາຊາດມອບໝາຍໃຫ້, ອອກແຮງຊຸກຍູ້ການແກ້ໄຂຄວາມຂັດແຍ້ງໂດຍສັນຕິ, ຫຼຸດຜ່ອນຄວາມເປັນປໍລະປັກກັນ ແລະ ການປະທະກັນຢູ່ພາກພື້ນ, ແກ້ໄຂບັນຫາໜັກໜ່ວງ ແລະ ຮີບດ່ວນທີ່ເປັນໄພຂົ່ມຂູ່ຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງຂອງສາກົນໃຫ້ມີປະສິດທິຜົນ.