“ຄຳແຈ້ງເຕືອນຂູ່ຈະກໍ່ອາດຊະຍາກຳຮ້າຍແຮງ”ປາກົດອອກທາງອິນເຕີເນັດເລື້ອຍໆ, ເຈົ້າໜ້າທີ່ຕຳຫຼວດສ ເກົາຫຼີໄດ້ຈັບກຸມຜູ້ຕ້ອງສົງໄສ 173 ຄົນ

2023-08-19 14:39:35 cri



ວັນທີ 18 ສິງຫານີ້, ເຈົ້າໜ້າທີ່ຕຳຫຼວດສເກົາຫຼີ ຢືນຢັນວ່າ: ພາຍຫຼັງເກີດຄະດີທຳຮ້າຍຄົນດ້ວຍອາວຸດມີດຫຼາຍຄະດີໃນໄລຍະມໍ່ໆມານີ້, ເຈົ້າໜ້າທີ່ຕຳຫຼວດໄດ້ຈັບກຸມຜູ້ຕ້ອງສົງໃສໃນການລົງຂໍ້ຄວາມອ້າງວ່າຈະກໍ່ເຫດໂຈມຕີຜ່ານທາງອິນເຕີເນັດຈຳນວນ173ຄົນ, ໃນນັ້ນ ກວມປະມານເຄິ່ງໜຶ່ງແມ່ນຊາວໜຸ່ມເຍົາວະຊົນ.

  ເມື່ອບໍ່ດົນມານີ້, ຢູ່ສເກົາຫຼີໄດ້ເກີດເຫດກໍ່ອາດຊະຍາກຳຮ້າຍແຮງຫຼາຍຄະດີ, ອົງການຕຳຫຼວດແຫ່ງຊາດສ ເກົາຫຼີຢືນຢັນວ່າ: ພາຍຫຼັງຢູ່ບໍລິເວນໃກ້ກັບສະຖານີລົດໄຟໃຕ້ດິນຊິນລີມໃນນະຄອນຫຼວງເຊອູນເກີດເຫດທຳຮ້າຍຄົນດ້ວຍອາວຸດມີດເມື່ອວັນທີ 21 ກໍລະກົດຜ່ານມາແລ້ວ, ນັບມາຮອດຕອນເຊົ້າວັນທີ 18 ສິງຫານີ້, ຢູ່ທາງອິນເຕີເນັດໄດ້ປາກົດມີ “ຄຳແຈ້ງເຕືອນຂູ່ທີ່ຈະກໍ່ອາດຊະຍາກຳຮ້າຍແຮງ” ຈຳນວນ 399 ຂໍ້. ນອກນີ້, ໃນໄລຍະມໍ່ໆມານີ້, ສ ເກົາຫຼີຍັງໄດ້ຮັບອີເມວກ່ຽວກັບ “ຄຳແຈ້ງເຕືອນຂູ່ທີ່ຈະກໍ່ເຫດລະເບີດ” ຫຼາຍສະບັບຈາກຍີ່ປຸ່ນອີກດ້ວຍ.