ອາກາດຮ້າຍແຮງໃນປີນີ້ອາດຈະເຮັດໃຫ້ພາກກະສິກຳອີຕາລີມີຄວາມເສຍຫາຍມູນຄ່າຫຼາຍກວ່າ 6 ຕື້ເອີໂຣ

2023-08-19 16:58:59 cri


   ວັນທີ 17 ສິງຫານີ້,ສະມາຄົມຊາວປູກຝັງອີຕາລີປະກາດບົດລາຍງານແຈ້ງໃຫ້ຮູ້ວ່າ: ໃນປີ2023ນີ້ ຢູ່ອີຕາລີໄດ້ມີສະພາບອາກາດຮ້າຍແຮງເກີດຂຶ້ນເລື້ອຍໆ,ເຊິ່ງອາດຈະສ້າງຄວາມເສຍຫາຍໃຫ້ພາກກະສິກຳມູນຄ່າຫຼາຍກວ່າ6ຕື້ເອີໂຣ ເຊິ່ງເປັນສະຖິຕິຂອງປີກາຍ.


   ອີງຕາມຂໍ້ມູນສະຖິຕິຂອງຄະນະກຳມະການຄົ້ນຄວ້າອີຕາລີເປີດເຜີຍໃຫ້ຮູ້ວ່າ: ປີ2023ແມ່ນປີທີ່ມີສະພາບອາກາດຮ້ອນທີ່ສຸດເປັນອັນດັບ3ຢູ່ອີຕາລີໃນໄລຍະ1.800ປີຜ່ານມານີ້.ນອກນີ້, ໃນ7ເດືອນປີນີ້ ຢູ່ອີຕາລີໄດ້ເກີດມີສະພາບອາກາດຮ້າຍແຮງສະເລ່ຍ 11 ເທື່ອຕໍ່ມື້ ເຊັ່ນ: ໝາກເຫັບຕົກ, ພາຍຸໄຊໂຄລນ, ຝົນຕົກແຮງເປັນຕົ້ນ, ເຊິ່ງໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍໃຫ້ແກ່ການຜະລິດແລະພື້ນຖານໂຄງລ່າງດ້ານກະສິກຳ.


   ສະມາຄົມຊາວປູກຝັງອີຕາລີຄາດຄະເນວ່າ: ປີນີ້ ຍ້ອນສະພາບອາກາດຮ້າຍແຮງຈະເຮັດໃຫ້ຍອດປະລິມານການຜະລິດພືດພັນທັນຍາຫານຂອງອີຕາລີຫຼຸດໜ້ອຍລົງຢ່າງຫຼວງຫຼາຍ.