CMG ເຊັນສັນຍາການຮ່ວມມືກັບບໍລິສັດ MIH ຂອງອາຟຣິກາໃຕ້

2023-08-20 15:24:21 cri

ວັນທີ 19 ສິງຫານີ້ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງເຄັບທາວຂອງອາຟຣິກາໃຕ້, ທ່ານຮົນ ເລເຊຊາ ເຊໂນລີ ຮອງປະທານສະພາຜູ້ແທນປະຊາຊົນອາຟຣິກາໃຕ້ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານເຊິ້ນໄຫສົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ ຜູ້ອຳນວຍການໃຫຍ່ວິທະຍຸໂທລະພາບສູງກາງຈີນ ຫຼື CMG ພ້ອມຄະນະ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ CMG ທີ່ໄດ້ເຊັນສັນຍາການຮ່ວມມືກັບກຸ່ມບໍລິສັດ MIH ທີ່ເປັນບໍລິສັດຖ່າຍທອດສົດຜ່ານດາວທຽມທີ່ໃຫຍ່ທີ່ສຸດຂອງອາຟຣິກາ. ທ່ານຮົນ ເລເຊຊາ ເລໂນລີກ່າວເນັ້ນໜັກວ່າ: ວົງການຕ່າງໆໃນສັງຄົມອາຟຣິກາໃຕ້ພວມຄອຍຖ້າການເດີນທາງມາຢ້ຽມຢາມຂອງທ່ານປະທານສີຈີ້ນຜິງດ້ວຍຄວາມກະຕືລືລົ້ນ, ເຊື່ອວ່າ ສອງປະເທດອາຟຣິກາໃຕ້ ແລະ ຈີນທີ່ມີການພົວພັນມິດຕະພາບຖານອ້າຍນ້ອງກັນ ຈະໄດ້ປະສົບຜົນສຳເລັດຈາກການຮ່ວມມືໃນຂົງເຂດທີ່ກວ້າງຂວາງກວ່າເກົ່າ ແລະ ຊຸກຍູ້ໃຫ້ລະບຽບສາກົນຂະຫຍາຍໄປສູ່ທິດທາງທີ່ຍຸຕິທຳ ແລະ ສົມເຫດສົມຜົນກວ່າເກົ່າ.

ມື້ດຽວກັນ, ກຸ່ມບໍລິສັດ MIH ໄດ້ເຊັນສັນຍາການຮ່ວມມືກັບ CMG ຢູ່ນະຄອນຫຼວງເຄັບທາວ. ອີງຕາມສັນຍາ, CMG ຈະມອບສິດໃຫ້ກຸ່ມບໍລິສັດ MIH ອອກອາກາດລາຍການໂທລະພາບຊ່ອງ CCTV-4 ຂອງ CMG, ຊ່ອງພາສາອັງກິດ ແລະ ຊ່ອງພາສາຝຣັ່ງຂອງ CGTN ຢູ່ທະວີບອາຟຣິກາ ເຊິ່ງປົກຄຸມ 50 ກວ່າປະເທດໃນອາຟຣິກາ.