ເຫດໄຟໄໝ້ລາມປ່າເກາະມາວອີເຂດຮາວາຍຂອງອາເມຣິກາເຮັດໃຫ້ເສຍຊີວິດໄປແລ້ວ 114 ຄົນ

2023-08-20 12:00:42 cri

ວັນທີ 18 ສິງຫາ 2023, ທ່ານໂຈ ກຣິນ ເຈົ້າຄອງລັດຮາວາຍອາເມຣິກາກ່າວວ່າ: ພະນັກງານກູ້ໄພໄດ້ສຳເລັດການຄົ້ນຫາຢູ່ເຂດປະສົບໄພຫຼາຍກວ່າ 60%, ຄາດວ່າຜູ້ເສຍຊີວິດຍັງຈະເພີ່ມຂຶ້ນຕື່ມອີກ. ຕາມຂ່າວແຈ້ງວ່າ, ເນື້ອທີ່ເກີດເຫດໄຟໄໝ້ຂອງເຂດລາໄຮນາມີຫຼາຍກວ່າ 878 ເຮັກຕາ, ສ່ວນເຂດໂອລິນດາມີເນື້ອທີ່ເກີດເຫດໄຟໄໝ້ຫຼາຍກວ່າ 437 ເຮັກຕາ.

ອາເມຣິກາຈະສົ່ງໜ່ວຍສືບສວນສຸກເສີນໄປເກາະມາວອີເພື່ອຊ່ວຍເຫຼືອອົງການປົກຄອງທ້ອງຖິ່ນໃນການສືບສວນຫາສາເຫດເກີດໄຟໄໝ້ຄັ້ງນີ້. ນອກນີ້, ປະຈຸບັນຍັງມີປະຊາຊົນທ້ອງຖິ່ນຫຼາຍກວ່າ 1.400 ຄົນພັກຢູ່ໃນບ່ອນພັກສຸກເສີນ. ອີງຕາມການຄາດຄະເນຂອງພາກສ່ວນອຸຕຸນິຍົມ, ໃນຫຼາຍມື້ຕໍ່ໜ້າ ລັດຮາວາຍຂອງອາເມຣິກາມີຄວາມເປັນໄປໄດ້ເພີ່ມຂຶ້ນທີ່ຈະເກີດຝົນຕົກໜັກໃນບາງແຫ່ງ ເຊິ່ງອາດຈະສ້າງຄວາມຫຍຸ້ງຍາກໃຫ້ແກ່ວຽກງານກູ້ໄພ.