ປະຊາຊົນຫຼາຍທ້ອງຖິ່ນຂອງຍີ່ປຸ່ນປະທ້ວງລັດຖະບານຊູຊີປ່ອຍນ້ຳປົນເປືອນລັງສີນິວເຄລຍລົງສູ່ທະເລ

2023-08-20 15:22:54 cri

ຕອນເຊົ້າວັນທີ 18 ສິງຫານີ້, ປະຊາຊົນຍີ່ປຸ່ນໄດ້ຈັດງານຊຸມນຸມປະທ້ວງອີກຄັ້ງໃໝ່ ແລະ ຍື່ນໜັງສືຮ້ອງຮຽນພ້ອມລາຍເຊັນຕໍ່ລັດຖະບານຍີ່ປຸ່ນ ແລະ ບໍລິສັດພະລັງງານໄຟຟ້າໂຕກຽວ ເພື່ອຄັດຄ້ານລັດຖະບານຍີ່ປຸ່ນຊູຊີປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ.


ຕອນເຊົ້າວັນທີ 18 ສິງຫານີ້, ປະຊາຊົນຍີ່ປຸ່ນປະມານ 200 ຄົນໄດ້ຈັດງານຊຸມນຸມຢູ່ຕໍ່ໜ້າທຳນຽບນາຍົກລັດຖະມົນຕີ, ຮ້ອງຄັດຄ້ານແຜນການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລຂອງລັດຖະບານ. ປະຊາຊົນຫຼາຍຄົນກ່າວວ່າ: ລັດຖະບານຍີ່ປຸ່ນຊູຊີປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ ໃນຂະນະທີ່ໃຫ້ຄຳໝັ້ນສັນຍາຕໍ່ຜູ້ປະກອບການໃນຂະແໜງການປະມົງຍີ່ປຸ່ນ, ການກະທຳແບບນີ້ເຮັດໃຫ້ຄົນທັງຫຼາຍບໍ່ສາມາດຍອມຮັບໄດ້.


ປະຊາຊົນປະທ້ວງຍັງກ່າວຕື່ມວ່າ: ທະເລເປັນຂອງທົ່ວໂລກ, ການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລນັ້ນ ໃຫ້ຍີ່ປຸ່ນເປັນຜູ້ຕັດສິນແຕ່ຝ່າຍດຽວບໍ່ໄດ້.


ພາຍຫຼັງງານຊຸມນຸມສິ້ນສຸດລົງແລ້ວ, ປະຊາຊົນຜູ້ປະທ້ວງຍັງໄດ້ຍື່ນໜັງສືຮ້ອງຮຽນພ້ອມລາຍເຊັນຕໍ່ລັດຖະບານຍີ່ປຸ່ນ ແລະ ບໍລິສັດພະລັງງານໄຟຟ້າໂຕກຽວ ໂດຍຮຽກຮ້ອງໃຫ້ຍົກເລີກແຜນການປ່ອຍນ້ຳປົນເປື້ອນລັງສີລົງສູ່ທະເລໃນທັນທີ ແລະ ພິຈາລະນາແຜນການແກ້ໄຂອື່ນໆຢ່າງເຕັມທີ່ ພ້ອມທັງຮຽກຮ້ອງໃຫ້ລັດຖະບານຍີ່ປຸ່ນໃຫ້ຄຳຕອບທີ່ມີປະສິດທິຜົນກ່ອນວັນທີ 31 ສິງຫານີ້.