ກອງປະຊຸມສຳມະນາກ່ຽວກັບການປົກຄອງປະເທດແລະການບໍລິຫານການເມືອງຂອງບັນດາປະເທດບຣິກສ໌ກໍຄືກິດຈະກຳຕ່າງໆກ່ຽວກັບການແລກປ່ຽນດ້ານອະລິຍະທຳລະຫວ່າງບັນດາປະເທດບຣິກສ໌ໄດ້ຈັດຂຶ້ນຢູ່ອາຟຣິກາໃຕ້

2023-08-21 16:55:14 ​cri


      ຫວ່າງມໍ່ໆມານີ້, ກອງປະຊຸມສຳມະນາກ່ຽວກັບການປົກຄອງປະເທດແລະການບໍລິຫານການເມືອງຂອງບັນດາປະເທດບຣິກສ໌ປີ 2023, ກອງປະຊຸມເວທີເປິກສາຫາລືລະດັບສູງຂອງບັນດາສື່ມວນຊົນປະເທດບຣິກສ໌ຄັ້ງທີ 6 ກໍຄືກິດຈະກຳຕ່າງໆກ່ຽວກັບການແລກປ່ຽນດ້ານອະລິຍະທຳລະຫວ່າງບັນດາປະເທດບຣິກສ໌ໄດ້ຈັດຂຶ້ນຢູ່ອາຟຣິກາໃຕ້. ແຂກຜູ້ມີກຽດທີ່ເຂົ້າຮ່ວມກອງປະຊຸມກ່າວວ່າ: ຄອງຄອຍບັນດາປະເທດສະມາຊິກບຣິກສ໌ລົງເລິກຈັດຕັ້ງປະຕິບັດຂໍ້ລິເລີ່ມດ້ານອະລິຍະທຳທົ່ວໂລກໂດຍຜ່ານການເພີ່ມທະວີການແລກປ່ຽນແລະການຮ່ວມມືດ້ານອະລິຍະທຳ,ເພື່ອອຸທິດສະຕິປັນຍາແລະກຳລັງແຮງຂອງຕົນເຂົ້າໃນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

      ວັນທີ 19 ສິງຫານີ້, ກອງປະຊຸມສຳມະນາກ່ຽວກັບການປົກຄອງປະເທດແລະການບໍລິຫານການເມືອງຂອງປະເທດບຣິກສ໌ປີ 2023 ແລະ ກອງປະຊຸມເວທີເປິກສາຫາລືກ່ຽວກັບການແລກປ່ຽນດ້ານອະລິຍະທຳໄດ້ຈັດຂຶ້ນຢູ່ນະຄອນໂຈຮັນເນສເບີກຂອງອາຟຣິກາໃຕ້. ມີຜູ້ຕາງໜ້າຈາກ 5 ປະເທດບຣິກສ໌ຄືຈີນ,ຣັດເຊຍ,ອິນເດຍ,ເບຣຊິນ,ອາຟຣິກາໃຕ້ທັງໝົດ 100 ກວ່າທ່ານໄດ້ເຂົ້າຮ່ວມແລະໄດ້ດຳເນີນການແລກປ່ຽນແລະຄົ້ນຄວ້າເປິກສາຫາລືກັນໂດຍປິ່ນອ້ອມຫົວຂໍ້ “ຈັດຕັ້ງປະຕິບັດຂໍ້ລິເລີ່ມດ້ານອະລິຍະທຳທົ່ວໂລກ,ເກາະແຂນກັນກ້າວສູ່ການຫັນເປັນທັນສະໄໝ”.

      ໃນມື້ດັ່ງກ່າວ, ກອງປະຊຸມເວທີເປິກສາຫາລືລະດັບສູງຂອງສື່ມວນຊົນບັນດາປະເທດບຣິກສ໌ຄັ້ງທີ 6 ໄດ້ຈັດຂຶ້ນຢູ່ນະຄອນໂຈຮັນເນສເບີກຂອງອາຟຣິກາໃຕ້. ຜູ້ຕາງໜ້າຈາກສື່ມວນຊົນ,ຄັງປັນຍາ,ອົງການຈັດຕັ້ງສາກົນແລະອົງການອື່ນໆເກືອບ 100 ແຫ່ງຈາກບຣິກສ໌ແລະອາຟຣິກາເກືອບ 30 ປະເທດທັງໝົດປະມານ 200 ທ່ານໄດ້ດຳເນີນການເປິກສາຫາລືກັນຢ່າງເລິກເຊິ່ງໂດຍປິ່ນອ້ອມຫົວຂໍ້ “ບັນດາປະເທດບຣິກສ໌ແລະອາຟຣິກາ: ເພີ່ມທະວີການສົນທະນາກັນລະຫວ່າງສື່ມວນຊົນ,ຮ່ວມກັນຊົມໃຊ້ອະນາຄົດທີ່ມີຄວາມຍຸຕິທຳ”.