ລາຍການ “ຄຳເວົ້າສຳນວນບູຮານແບບອະມະຕະຂອງຈີນ ທີ່ທ່ານສີຈິ້ນຜິງມັກ” ຊຸດທີ 2 ເລີ່ມອອກອາກາດຢູ່ອາຟຣິກາ

2023-08-21 11:58:49 cri

ເນື່ອງໃນໂອກາດທ່ານ ສີຈິ້ນຜິງ ປະທານປະເທດຈີນເຂົ້າຮ່ວມການພົບປະຄັ້ງທີ 15 ຂອງຜູ້ນຳປະເທດບຣິກສ໌ ແລະຢ້ຽມຢາມອາຟຣິກາໃຕ້ທາງລັດຖະກິດ, ພິທີເຜີຍແຜ່ລາຍການ “ຄຳເວົ້າສຳນວນບູຮານແບບອະມະຕະຂອງຈີນ ທີ່ທ່ານສີຈິ້ນຜິງມັກ” ຊຸດທີ 2 ສະບັບພາສາອັງກິດ, ພາສາຝຣັ່ງ, ພາສາອາຣັບ, ພາສາຮາວຊາ, ພາສາສວາຮີລີແລະອື່ນໆ ໄດ້ຈັດຂຶ້ນຢູ່ນະຄອນໂຈຮັມເນສເບີກ ໃນວັນທີ 20 ສິງຫານີ້. ລາຍການດັ່ງກ່າວໄດ້ເລີ່ມອອກອາກາດຜ່ານສື່ມວນຊົນຕົ້ນຕໍຂອງ 38 ປະເທດອາຟຣິກາ ນັບແຕ່ວັນທີ 20 ສິງຫານີ້ເປັນຕົ້ນໄປ.


ທ່ານມາຊາຕີລາຍ ຮອງປະທານສະພາແຫ່ງຊາດຊາວອາຟຣິກາ(African National Congress) ຫຼື ANC ຂອງອາຟຣິກາໃຕ້, ຮອງປະທານາທິບໍດີ ອາຟຣິກາໃຕ້, ທ່ານຮົນ ເລເຊຊາ ທີເຊໂນລີ ຮອງປະທານສະພາປະຊາຊົນອາຟຣິກາໃຕ້ ຕ່າງໄດ້ກ່າວຄຳປາໄສຜ່ານທາງລາຍລັກອັກສອນແລະທາງວິດິໂອ ເພື່ອສະແດງຄວາມຊົມເຊີຍ, ໂດຍເປັນເອກະພາບກັນເຫັນວ່າ, ການອອກອາກາດລາຍການດັ່ງກ່າວຈະມີບົດບາດສຳຄັນສຳລັບປະເທດອາຟຣິກາຕ່າງໆເຂົ້າໃຈສະຕິປັນຍາດ້ານການປົກຄອງປະເທດແລະບໍລິຫານການເມືອງຂອງທ່ານສີຈິ້ນຜິງ, ແລະຊອກຮູ້ສາເຫດທີ່ພາໃຫ້ຈີນເກີດມີການປ່ຽນແປງໃນຍຸກໃໝ່. ທ່ານເຊີ້ນຫາຍຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ, ຫົວໜ້າວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ເຂົ້າຮ່ວມກິດຈະກຳດັ່ງກ່າວ.