ໃນງານເອັກສໂປຈີນ-ອາຊີໃຕ້ຄັ້ງທີ 7 ໄດ້ບັນລຸການເຊັນສັນຍາ 483 ໂຄງການ

2023-08-21 15:48:38 CRI

 

ຕາມຂ່າວCRI: ວັນທີ 20 ສິງຫານີ້, ງານວາງສະແດງສິນຄ້າຈີນ-ອາຊີໃຕ້ຫຼືງານເອັກສໂປຈີນ-ອາຊີໃຕ້ຄັ້ງທີ 7 ທີ່ດຳເນີນໄປເປັນເວລາ 5 ວັນໄດ້ສິ້ນສຸດລົງຢູ່ນະຄອນຄຸນໝິງແຂວງຢູນໜານຂອງຈີນ. ຄະນະກຳມະການຮັບຜິດຊອບງານເອັກສໂປຈີນ-ອາຊີໃຕ້ຄັ້ງທີ 7 ໄດ້ຈັດກອງປະຊຸມຖະແຫຼງຂ່າວໃຫ້ຮູ້ວ່າ: ໃນງານເອັກສໂປຄັ້ງນີ້ໄດ້ບັນລຸການເຊັນສັນຍາ 483 ໂຄງການ, ໃນນັ້ນໄດ້ເຊັນສັນຍາການລົງທຶນ 342 ໂຄງການ, ມີຍອດມູນຄ່າການລົງທຶນ 412,654 ຕື້ຢວນ; ໄດ້ເຊັນຂໍ້ຜູກພັນດ້ານການຄ້າ 141 ສະບັບ, ມີຍອດມູນຄ່າ 10,511 ຕື້ໂດລາ.

 

ອີງຕາມການແນະນຳໃຫ້ຮູ້ວ່າ: ຕາມການຄາດຄະເນຍອດມູນຄ່າການຈຳໜ່າຍໂດຍລວມຢູ່ຫໍວາງສະແດງທາງອ໋ອຟລາຍຂອງງານເອັກສໂປຈີນ-ອາຊີໃຕ້ຄັ້ງນີ້ຈະບັນລຸ 60 ລ້ານຢວນ. ຍອດມູນຄ່າການຈຳໜ່າຍໂດຍລວມຜ່ານທາງອ໋ອນລາຍຈະບັນລຸ 210 ລ້ານຢວນ. ໄດ້ດຶງດູດຜູ້ແທນແລະແຂກຜູ້ມີກຽດ, ວິສາຫະກິດວາງສະແດງຜ່ານທາງອ໋ອນລາຍແລະອ໋ອຟລາຍທັງໝົດຫຼາຍກວ່າ 3 ໝື່ນກວ່າແຫ່ງທີ່ມາຈາກ 85 ປະເທດ,ເຂດແຄວ້ນແລະອົງການຈັດຕັ້ງສາກົນມາເຂົ້າຮ່ວມກອງປະຊຸມແລະງານວາງສະແດງ.