ທ່ານສີຈິ້ນຜິງລົງພິມບົດຄວາມຜ່ານສື່ມວນຊົນຂອງອາຟຣິກາໃຕ້

2023-08-21 17:35:26 cri

ວັນທີ 21 ສິງຫານີ້, ເນື່ອງໃນໂອກາດທີ່ເດີນທາງໄປນະຄອນໂຈຮານເນັສເບີກຂອງປະເທດອາຟຣິກາໃຕ້ເພື່ອເຂົ້າຮ່ວມກອງປະຊຸມພົບປະຂອງຜູ້ນຳອົງການປະເທດບຣິກສຄັ້ງທີ 15 ແລະຢ້ຽມຢາມອາຟຣິກາໃຕ້ທາງລັດຖະກິດ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ລົງພິມບົດຄວາມທີ່ມີຫົວຂໍ້ວ່າ “ເຮັດໃຫ້ກຳປັ່ນໃຫຍ່ແຫ່ງມິດຕະພາບ ແລະ ການຮ່ວມມືລະຫວ່າງຈີນ-ອາຟຣິກາໃຕ້ເດີນທາງກ້າວໄປທາງໄກ” ຜ່ານສື່ມວນຊົນສຳຄັນຂອງອາຟຣິກາໃຕ້.

ເນື້ອໃນບົດຄວາມຂອງທ່ານສີຈິ້ນຜິງລະບຸວ່າ, ນັບແຕ່ການສ້າງສາຍພົວພັນທາງການທູດເປັນເວລາ 25 ປີຜ່ານມາ, ສາຍພົວພັນລະຫວ່າງຈີນ-ອາຟຣິກາໃຕ້ໄດ້ບັນລຸການພັດທະນາແບບກ້າວກະໂດດຈາກສາຍພົວພັນຄູ່ຮ່ວມ, ສາຍພົວພັນຄູ່ຮ່ວມຍຸດທະສາດ ໄປຮອດສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ, ເຊິ່ງກາຍເປັນໜຶ່ງໃນສາຍພົວພັນສອງຝ່າຍທີ່ມີພະລັງຊີວິດຊີວາຫຼາຍທີ່ສຸດລະຫວ່າງປະເທດພວມພັດທະນາ. ສາຍພົວພັນຈີນ-ອາຟຣິກາໃຕ້ໄດ້ກ້າວເຂົ້າສູ່ “ຍຸກຄຳ”, ເຊິ່ງມີອະນາຄົດຢ່າງສະຫວ່າງສະໄຫວ ແລະ ໜ້າຄອງຄອຍ.

ເນື້ອໃນບົດຄວາມຂອງທ່ານສີຈິ້ນຜິງໄດ້ສະເໜີຂໍ້ສະເໜີຫຼາຍຂໍ້ວ່າ, ຈີນ ແລະ ອາຟຣິກາໃຕ້ຄວນເປັນຜູ້ຮ່ວມທາງທີ່ມີອຸດົມການດຽວກັນ, ເປັນຜູ້ນຳໜ້າແຫ່ງຄວາມສາມັກຄີ ແລະ ການຮ່ວມມື, ເປັນຜູ້ສືບທອດມິດຕະພາບລະຫວ່າງຈີນ-ອາຟຣິກາ, ແລະເປັນຜູ້ປົກປັກຮັກສາຜົນປະໂຫຍດຮ່ວມ.

ວາລະສຳຄັນໃນການເດີນທາງໄປອາຟຣິກາໃຕ້ຂອງທ່ານສີຈິ້ນຜິງຄັ້ງນີ້ແມ່ນເພື່ອເຂົ້າກອງປະຊຸມພົບປະຂອງຜູ້ນຳອົງການປະເທດບຣິກສ. ເນື້ອໃນບົດຄວາມດັ່ງກ່າວໄດ້ເນັ້ນໜັກວ່າ, ຈີນຍິນດີຮ່ວມກັບຄູ່ຮ່ວມໃນອົງການປະເທດບຣິກສ, ປະຕິບັດຕາມຈິດໃຈບຣິກສທີ່ເປີດກວ້າງ ກວມລວມ ແລະຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຕົ້າໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບບັນຫາສຳຄັນ, ເສີມຂະຫຍາຍມູນເຊື້ອການຕ່າງປະເທດທີ່ເປັນເອກະລາດ ແລະ ເປັນເຈົ້າຕົນເອງ, ເດັດດ່ຽວປົກປັກຮັກສາຄວາມຍຸຕິທຳ ແລະ ຄວາມເປັນທຳໃນສາກົນ, ຊຸກຍູ້ໃຫ້ປະຊາຄົມໂລກສຸມໃສ່ບັນຫາການພັດທະນາຄືນໃໝ່, ນຳພາກົນໄກຮ່ວມມືບຣິກສເສີມຂະຫຍາຍບົດບາດທີ່ສຳຄັນກວ່າເກົ່າໃນລະບົບບໍລິຫານໂລກ, ແລະສົ່ງສຽງຂອງອົງການປະເທດບຣິກສໃຫ້ໂດ່ງດັງກວ່າເກົ່າ.

ເນື້ອໃນບົດຄວາມຂອງທ່ານປະທານສີຈິ້ນຜິງເນັ້ນໜັກວ່າ: ຍິນດີຮ່ວມກັບຜູ້ນຳອາຟຣິກາ, ຊຸກຍູ້ໃຫ້ມາດຕະການພັດທະນາທີ່ຕັ້ງໜ້າ, ມີປະສິດທິພາບສູງ ແລະ ແບບຍືນຍົງຫຼາຍກວ່າເກົ່າໄດ້ຮັບການຈັດຕັ້ງປະຕິບັດຢູ່ອາຟຣິກາໃຫ້ເປັນຮູບປະທຳ, ເປີດກວ້າງການຮ່ວມມືໃນຂົງເຂດກະສິກຳ, ອຸດສາຫະກຳການຜະລິດ, ພະລັງງານໃໝ່, ເສດຖະກິດດີຈີຕອນ ແລະອື່ນໆ ເພື່ອຊ່ວຍເຫຼືອໃຫ້ອາຟຣິກາບັນລຸການເຊື່ອມໂຍງເສດຖະກິດເປັນອັນໜຶ່ງອັນດຽວກັນ, ການຫັນເປັນອຸດສາຫະກຳ ແລະ ຄວາມທັນສະໄໝດ້ານກະສິກຳ. ຈີນຈະສືບຕໍ່ຊຸກຍູ້ໃຫ້ສະຫະພາບອາຟຣິກາເຂົ້າຮ່ວມກຸ່ມ G20 ມີຄວາມຄືບໜ້າຢ່າງແທ້ຈິງໃນປີນີ້, ຈີນຄອງຄອຍປະເທດອາຟຣິກາ ແລະ ສະຫະພາບອາຟຣິກາເສີມຂະຫຍາຍບົດບາດຫຼາຍກວ່າເກົ່າເຂົ້າໃນວຽກງານສາກົນແລະພາກພື້ນ.