ຈັດພິທີມອບລາງວັນການແຂ່ງຂັນຖ່າຍທຳວິດີໂອສັ້ນ “ພາບປະທັບໃຈແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ຄັ້ງທຳອິດ

2023-08-22 15:12:45 CRI

 

ວັນທີ 21 ສິງຫານີ້, ສັບປະດາຮູບພາບສາກົນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ 2023 “ດື່ມນ້ຳໃນແມ່ນ້ຳສາຍດຽວ-ມີແສງສາດສ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ໄດ້ຮັບການຈັດຂຶ້ນຢູ່ນະຄອນຢີຊູ້ກິ່ງແຂວງປົກຄອງຕົນເອງເຜົ່າຕິເບດຢີຊູ້ແຂວງຊິ່ງໄຫ.

 

ການແຂ່ງຂັນໄດ້ດຶງດູດຜູ້ມີຄວາມຮູ້ຄວາມສາມາດດ້ານການຖ່າຍທຳວິດີໂອສັ້ນຈີນແລະຕ່າງປະເທດ, ເວທີວິດີໂອສັ້ນທີ່ໃຫຍ່ກວ່າໝູ່, ອົງການບົ່ມເພາະເນັດໄອດໍຫຼື MCN ທີ່ໃຫຍ່ກວ່າໝູ່ຂອງປະເທດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ມະຫາວິທະຍາໄລແລະອົງການຈັດຕັ້ງທາງສັງຄົມປະເທດແມ່ນ້ຳລ້ານຂ້າງ-ແມ່ນ້ຳຂອງໄດ້ເຂົ້າຮ່ວມຢ່າງກວ້າງຂວາງ, ທັງໝົດໄດ້ຮັບວິດີໂອຈາກພາຍໃນແລະຕ່າງປະເທດເກືອບ 3000 ກວ່າຕອນ, ໄດ້ຄັດເລືອກຜົນງານທີ່ໄດ້ຮັບລາງວັນທີ 1, ທີ 2ແລະທີ3 ທັງໝົດ 8 ຕອນ, ຜົນງານທີ່ດີເດັ່ນມີ 50 ກວ່າຕອນ.

 

ຮອດສຸດທ້າຍ, ຜົນງານວິດີໂອຊື່“ຂ້ອຍກັບສ່ຽວຂອງຂ້ອຍ” ໄດ້ຮັບລາງວັນທີ 1; ວິດີໂອຊື່ “ການລອງຂັບລົດຢູ່ທາງດ່ວນສາຍທຳອິດຂອງກຳປູເຈຍ” ແລະວິດີໂອອື່ນໆທັງໝົດ 2 ຕອນໄດ້ຮັບລາງວັນທີ 2; ສ່ວນວິດີໂອ “12 ປີຢູ່ປະເທດລາວຂອງພະນັກງານວິສາຫະກິດຈີນ” ແລະວິດີໂອອື່ນໆ 5 ຕອນໄດ້ຮັບລາງວັນທີ 3.