ລັດຖະບານຍີ່ປຸ່ນປະກາດຈະເລີ່ມປ່ອຍນ້ຳປົນເປື້ອນລັງສີນິວເຄລຍຟຸຄຸຊິມະລົງສູ່ທະເລນັບແຕ່ວັນທີ 24 ສິງຫານີ້ເປັນຕົ້ນໄປ

2023-08-22 11:25:42 cri


ວັນທີ 22 ສິງຫານີ້ຕາມເວລາທ້ອງຖິ່ນ, ລັດຖະບານຍີ່ປຸ່ນໄດ້ຈັດກອງປະຊຸມສະມາຊິກລັດຖະບານທີ່ກ່ຽວຂ້ອງ ແລ້ວປະກາດວ່າ, ຈະປ່ອຍນ້ຳປົນເປື້ອນລັງສີນິວເຄລຍຟຸຄຸຊິມະລົງສູ່ທະເລນັບແຕ່ວັນທີ 24 ສິງຫານີ້ເປັນຕົ້ນໄປ.



ພ້ອມດຽວກັນນັ້ນ, ຢູ່ຕໍ່ໜ້າທຳນຽບນາຍົກລັດຖະມົນຕີທີ່ຕັ້ງຢູ່ນະຄອນຫຼວງໂຕກຽວ, ປະຊາຊົນຍີ່ປຸ່ນຈຳນວນຫຼວງຫຼາຍໄດ້ຈັດງານໂຮມຊຸມນຸມດ້ວຍຄວາມເປັນເຈົ້າການ, ເພື່ອສະແດງຄວາມບໍ່ພໍໃຈຕໍ່ການປ່ອຍນ້ຳປົນເປື້ອນລັງສີນິວເຄລຍຟຸຄຸຊິມະລົງສູ່ທະເລ.