ຝ່າຍທະຫານຊີຣີກ່າວວ່າ: ອິສຣາແອນຫຼອນໂຈມຕີເຂດອ້ອມແອ້ມບໍລິເວນນະຄອນຫຼວງຂອງຊີຣີດ້ວຍລູກສອນໄຟນຳວິຖີ

2023-08-22 15:10:07 CRI

 

ວັນທີ 21 ສິງຫານີ້, ຝ່າຍທະຫານຊີຣີໄດ້ອອກຖະແຫຼງການວ່າ: ຢູ່ເຂດອ້ອມແອ້ມບໍລິເວນນະຄອນຫຼວງດາມັສສະກັດຂອງຊີຣີໄດ້ຖືກຫຼອນໂຈມຕີດ້ວຍລູກສອນໄຟນຳວິຖີຈາກອິສຣາແອນໃນຕອນຄ່ຳມື້ດຽວກັນ, ເຮັດໃຫ້ທະຫານຊີຣີໄດ້ຮັບບາດເຈັບ 1 ຄົນ.

 

ຄຳຖະແຫຼງການຂຽນວ່າ: ເວລາປະມານ 23 ໂມງ 5 ນາທີຕາມເວລາທ້ອງຖິ່ນ, ອິສຣາແອນໄດ້ໃຊ້ລູກສອນໄຟນຳວິຖີຍິງຈາກເນີນໂກລານທີ່ຕົນເອງຍຶດຄອງຫຼອນໂຈມຕີເຂດຈຳນວນໜຶ່ງອ້ອມແອ້ມບໍລິເວນນະຄອນຫຼວງດາມັສສະກັດ, ເຮັດໃຫ້ ທະຫານຊີຣີໄດ້ຮັບບາດເຈັບ 1 ຄົນແລະສິ່ງກໍ່ສ້າງພາກສ່ວນໜຶ່ງຖືກທຳລາຍ. ຄຳຖະແຫຼງການບໍ່ໄດ້ລະບຸເຖິງເຂດທີ່ໄດ້ຮັບການໂຈມຕີລະອຽດ.