ຈຳນວນຜູ້ເສຍຊີວິດຍ້ອນໄຟໄໝ້ລາມປ່າທີ່ເກີດຂຶ້ນຢູ່ລັດຮາວາຍຂອງອາເມຣິກາເພີ່ມຂຶ້ນເປັນ 115 ຄົນ

2023-08-23 14:56:17 CRI

 

ຕາມແຈ້ງການຫຼ້າສຸດທີ່ປະກາດໂດຍອົງການປົກຄອງເມືອງມາວຢີຂອງລັດຮາວາຍອາເມຣິກາໃນວັນທີ 21 ສິງຫານີ້ໃຫ້ຮູ້ວ່າ, ໄຟໄໝ້ລາມປ່າໄດ້ເຮັດໃຫ້ມີຜູ້ເສຍຊີວິດ 115 ຄົນແລະມີປະມານ 850 ຄົນຫາຍສາບສູນ.

 

ຂ່າວແຈ້ງວ່າ: ໄຟໄໝ້ລາມປ່າທີ່ມີຊື່ວ່າ “ລາໄຮນາ” ເຮັດໃຫ້ມີຄວາມເສຍຫາຍຫຼາຍທີ່ສຸດຈາກໄຟໄໝ້ງາມປ່າຫຼາຍເຫດການທີ່ເກີດຂຶ້ນຢູ່ເກາະມາວຢີແລະສາມາດຄວບຄຸມໄດ້ 90% ແລ້ວ, ສ່ວນໄຟໄໝ້ລາມປ່າທີ່ມີຊື່ວ່າ “ປູເລຮູ” ສາມາດຄວບຄຸມໄດ້ຢ່າງສິ້ນເຊີງແລ້ວໃນວັນທີ 12 ສິງຫານີ້.