CMG ຮ່ວມກັບສະມາຄົມບານເຕະອາຟຣິກາໃຕ້ດຳເນີນການແລກປ່ຽນການຮ່ວມມື

2023-08-24 15:48:35 CRI

ວັນທີ 23 ສິງຫານີ້ຕາມເວລາທ້ອງຖິ່ນ, ວິທະຍຸໂທລະພາບສູນກາງຈີນຫຼື CMG ຮ່ວມກັບສະມາຄົມບານເຕະອາຟຣິກາໃຕ້ໄດ້ແລກປ່ຽນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືຢູ່ນະຄອນໂຈຮັນເນັສເບີກຂອງອາຟຣິກາໃຕ້.

 

ສອງຝ່າຍໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນຢ່າງກວ້າງຂວາງກ່ຽວກັບການເພີ່ມທະວີການແລກປ່ຽນດ້ານວັດທະນະທຳແລະການແຂ່ງຂັນບານເຕະ, ການຖ່າຍທອດສົດການແຂ່ງຂັນແລະການຮ່ວມມືດ້ານເນື້ອໃນ, ການໄປມາຫາສູ່ກັນດ້ານບຸຄະລາກອນແລະອື່ນໆ.

 

ອີງຕາມບົດບັນທຶກຊ່ວຍຈຳການຮ່ວມມື, ສອງຝ່າຍຈະອອກແຮງຊຸກຍູ້ການຮ່ວມມືດ້ານວັດທະນະທຳດ້ານບານເຕະລະຫວ່າງສອງປະເທດ, ຕັ້ງໜ້າຊຸກຍູ້ໃຫ້ທິມບານເຕະລະຫວ່າງສອງປະເທດດຳເນີນການແລກປ່ຽນຜ່ານການແຂ່ງຂັນ; ອຳນວຍຄວາມສະດວກໃຫ້ແກ່ການຜະລິດແລະການຖ່າຍທອດລາຍການກິລາ ; ເພີ່ມທະວີການແລກປ່ຽນດ້ວຍການໄປມາຫາສູ່ກັນດ້ານບຸຄະລາກອນແລະການປະສານງານກັນລະຫວ່າງລະດັບຜູ້ບໍລິຫານ.