ເຕົ້າໂຮມຄວາມໝັ້ນໃຈ ເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືທີ່ຕິດແທດຕົວຈິງເພື່ອການພັດທະນາຂອງປະເທດບຣິກສ

2023-08-24 14:18:13 cri


ວັນທີ 23 ສິງຫານີ້, ການພົບປະເຈລະຈາຄັ້ງທີ 15 ຂອງຜູ້ນຳປະເທດບຣິກສ. ທ່ານມາຕາເມລາ ຊີຣີວ ຣາມາໂຟຊາ ປະທານາທິບໍດີອາຟຣິກາໃຕ້ໄດ້ເປັນປະທານກອງປະຊຸມ. ທ່ານສີຈິ້ນຜິງ ປະທານປະເທດຈີນ, ທ່ານລູອິສ ອິນາຊິໂອ ລູລາ ດາ ຊິນວາ ປະທານາທິບໍດີເບຣຊິນ, ທ່ານນາເຣັນດຣາ ດາໂມດາດາສ ໂມດີ ນາຍົກລັດຖະມົນຕີອິນເດຍ ແລະ ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ (ເຂົ້າຮ່ວມຜ່ານທາງອອນລາຍ) ໄດ້ເຂົ້າຮ່ວມ. ຜູ້ນຳ 5 ປະເທດໄດ້ລົງເລິກແລກປ່ຽນຄວາມເຫັນກ່ຽວກັບການຮ່ວມມືບຣິກສພ້ອມດ້ວຍບັນຫາສາກົນສຳຄັນທີ່ມີຄວາມສົນໃຈຮ່ວມກັນ ແລະ ໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນ ໂດຍປິ່ນອ້ອມຫົວຂໍ້ “ບຣິກສ ກັບ ອາຟຣິກາລົງເລິກການພົວພັນຄູ່ຮ່ວມມື, ຊຸກຍູ້ການເຕີບໂຕຂອງກັນແລະກັນ, ບັນລຸການພັດທະນາແບບຍືນຍົງ, ເພີ່ມທະວີລັດທິຫຼາຍຝ່າຍແບບກວມລວມ”. ທ່ານສີຈິ້ນຜິງ ປະທານປະເທດຈີນສະເໜີວ່າ: ປະເທດບຣິກສແມ່ນກຳລັງສຳຄັນໃນການສ້າງໂຄງປະກອບສາກົນ, ຄວນເພີ່ມຄວາມແນ່ນອນ, ຄວາມໝັ້ນຄົງ ແລະ ກຳລັງແຮງທາງບວກຫຼາຍກວ່າເກົ່າໃຫ້ກັບໂລກ.

ໃນກອງປະຊຸມສຸດຍອດຄັ້ງນີ້, ຜູ້ນຳ 5 ປະເທດມີຄວາມເຫັນເປັນເອກະພາບກັນວ່າ: ໂລກໃນປັດຈຸບັນໄດ້ເຂົ້າສູ່ໄລຍະໃໝ່ທີ່ມີຄວາມປັ່ນປ່ວນແລະການປະຕິຮູບ. ບຣິກສຈະພັດທະນາໄປຕາມທິດທາງຄືແນວໃດ, ຈະເພີ່ມຄວາມແນ່ນອນໃຫ້ກັບໂລກທີ່ປັ່ນປ່ວນຄືແນວໃດ, ໄດ້ກາຍເປັນຫົວຂໍ້ສຳຄັນຂອງກອງປະຊຸມຄັ້ງນີ້. ຕໍ່ກັບຫົວຂໍ້ນີ້, ທ່ານສີຈິ້ນຜິງຢືນຢັນວ່າ: “ປະເທດບຣິກສແມ່ນກຳລັງທີ່ສຳຄັນໃນການສ້າງໂຄງປະກອບສາກົນ. ພວກເຮົາເລືອກເອົາເສັ້ນທາງພັດທະນາດ້ວຍຕົນເອງ, ຮ່ວມກັນປົກປ້ອງສິດການພັດທະນາ, ຮ່ວມກັນກ້າວເດີນໄປສູ່ຄວາມທັນສະໄໝ, ເປັນຕົວແທນຂອງທິດທາງກ້າວໜ້າຂອງມວນມະນຸດ, ຍ່ອມຈະສົ່ງຜົນສະທ້ອນທີ່ເລິກເຊິ່ງໃຫ້ກັບຂະບວນການພັດທະນາຂອງໂລກ.”



ໃນຖານະເປັນກຳລັງທີ່ສຳຄັນໃນການສ້າງໂຄງປະກອບສາກົນ, ທ່ານສີຈິ້ນຜິງເນັ້ນໜັກວ່າ: “ໃນບັນຫາສາກົນທີ່ສຳຄັນ, ປະເທດບຣິກສໄດ້ຍຶດໝັ້ນເລີ່ມຈາກຄວາມຖືກຄວາມຜິດ, ມີຄວາມເວົ້າທີ່ຍຸຕິທຳ, ມີການກະທຳທີ່ເປັນທຳ, ບໍ່ຖືຫຼັກການເປັນສິ່ງແລກປ່ຽນ, ບໍ່ຍອມຕໍ່ແຮງກົດດັນຈາກພາຍນອກ, ບໍ່ເປັນປະເທດຜູກຂາດຂອງປະເທດອື່ນ.” ຄວາມເວົ້າດັ່ງກ່າວນີ້ໄດ້ກ່າວເຖິງຄວາມໃນໃຈຂອງປະເທດທີ່ມີຕະຫຼາດຈະເລີນໃໝ່ ແລະ ປະເທດພວມພັດທະນາທັງຫຼາຍ.



ເວົ້າສຳລັບປະເທດຈີນແລ້ວ, ຈີນໄດ້ເຕົ້າໂຮມຄວາມໝັ້ນໃຈ, ເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືທີ່ຕິດແທດຕົວຈິງເພື່ອການພັດທະນາຂອງປະເທດບຣິກສມາໂດຍຕະຫຼອດ. ທ່ານສີຈິ້ນຜິງກ່າວຕື່ມວ່າ: ຈີນຍິນດີຮ່ວມກັບຝ່າຍຕ່າງໆ, ຮ່ວມກັນສ້າງກົນໄກແລກປ່ຽນແລະຮ່ວມມືດ້ານອຸດສາຫະກຳແບບຍືນຍົງຂອງປະເທດບຣິກສ, ສ້າງເວທີຕິດຕໍ່ອຸດສາຫະກຳແລະການຮ່ວມມືໂຄງການໃຫ້ແກ່ການຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການ ສປຊ. ຈີນຈະສ້າງຕັ້ງສວນບົ່ມເພາະການປະດິດສ້າງໃໝ່ດ້ານວິທະຍາສາດໃນຍຸກໃໝ່ລະຫວ່າງຈີນ-ປະເທດບຣິກສ ເພື່ອເປັນການຄ້ຳປະກັນໃຫ້ແກ່ການສ້າງຜົນງານການປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກ; ຈະອາໄສກົນໄກການຮ່ວມມືດ້ານດາວທຽມເກັບກຳຂໍ້ມູນທາງໄກລະຫວ່າງປະເທດບຣິກສ, ຊອກຄົ້ນແລະສ້າງເວທີການຮ່ວມມືດ້ານຕົວເລກຂໍ້ມູນແລະການນຳໃຊ້ດາວທຽມເກັບກຳຂໍ້ມູນທາງໄກໃນທົ່ວໂລກລະຫວ່າງປະເທດບຣິກສ ເພື່ອໃຫ້ການສະໜັບສະໜູນດ້ານຕົວເລກຂໍ້ມູນແກ່ການພັດທະນາໃນຂົງເຂດຕ່າງໆຂອງບັນດາປະເທດ ເຊັ່ນ: ກະສິກຳ, ຊີວະພາບ ແລະ ການຫຼຸດຜ່ອນໄພພິບັດເປັນຕົ້ນ.



ນອກຈາກນີ້, ທ່ານສີຈິ້ນຜິງຍັງສະເໜີວ່າ: ປະເທດບຣິກສຄວນຂະຫຍາຍການຮ່ວມມືໃນຂົງເຂດການສຶກສາ, ເສີມຂະຫຍາຍບົດບາດຂອງສະຫະພັນອາຊີວະສຶກສາ, ຄົ້ນຄວ້າການສ້າງກົນໄກຮ່ວມມືດ້ານການສຶກສາດີຈີຕອນ. ຈີນຈະສືບຕໍ່ເສີມຂະຫຍາຍບົດບາດຂອງເວທີການຮ່ວມມືຕ່າງໆ ເປັນຕົ້ນງານແຂ່ງຂັນດ້ານການປະດິດສ້າງໃໝ່ຂອງເພດຍິງທີ່ຈີນເປັນຝ່າຍລິເລີ່ມ ເພື່ອລົງເລິກການແລກປ່ຽນດ້ານວັດທະນະທຳລະຫວ່າງປະເທດບຣິກສ.