ຜູ້ນຳປະເທດບຣິກສຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດແລະປົກປ້ອງລັດທິຫຼາຍຝ່າຍ

2023-08-24 14:53:02 cri

ການພົບປະຄັ້ງທີ15ລະຫວ່າງຜູ້ນຳປະເທດບຣິກສໄດ້ຈັດຂຶ້ນຢູ່ນະຄອນໂຈຮັນເນັສເບີກຂອງອາຟຣີກາໃຕ້ໃນວັນທີ23ສິງຫານີ້. ທ່ານມາຕາເມລາ ຊີຣີວ ຣາມາໂຟຊາ ປະທານາທິບໍດີອາຟຣີກາໃຕ້ ປະເທດປະທານໝູນວຽນຂອງປະເທດບຣິກສ, ທ່ານລູອິສ ອີນາຊີໂອ ລູລາ ດາ ຊີນວາ ປະທານາທິບໍດີບຣາຊີນ, ທ່ານວະລາດີເມຍ ປູຕີນ ປະທານາທິບໍດີຣັດເຊຍ ແລະຜູ້ນຳປະເທດບຣິກສອື່ນໆໄດ້ກ່າວຄຳປາໄສໃນກອງປະຊຸມໂດຍຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ,ການຄ້າແລະການເງິນ,ເປີດກວ້າງການຮ່ວມມືດ້ານຄວາມໝັ້ນຄົງທາງການເມືອງ, ເພີ່ມທະວີການແລກປ່ຽນດ້ານວັດທະນະທຳ,ປັບປຸງລະບົບການບໍລິຫານທົ່ວໂລກໃຫ້ສົມບູນແລະປົກປ້ອງລັດທິຫຼາຍຝ່າຍ.