ສປປ ເກົາຫຼີ ກ່າວປະນາມຢ່າງຮຸນແຮງ ຕໍ່ຍີ່ປຸ່ນທີ່ເລີ່ມປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ

2023-08-25 15:15:06 cri


ວັນທີ 24 ສິງຫານີ້, ໂຄສົກກະຊວງການຕ່າງປະເທດ ສປປ ເກົາຫຼີໄດ້ກ່າວປະນາມຢ່າງຮຸນແຮງ ຕໍ່ຍີ່ປຸ່ນທີ່ເລີ່ມປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລໃນມື້ດຽວກັນ, ໂດຍກ່າວວ່າ, ນີ້ແມ່ນການກະທຳທີ່ທຳລາຍສິ່ງແວດລ້ອມທາງລະບົບນິເວດຂອງໜ່ວຍໂລກ ແລະຂົ່ມຂູ່ການຄົງຕົວຂອງມວນມະນຸດ.


ໂຄສົກທ່ານນີ້ກ່າວຕື່ມວ່າ, ຍີ່ປຸ່ນບໍ່ເອົາຫົວຊານຳການປະທ້ວງ, ການຄັດຄ້ານແລະຄຳເຕືອນຢ່າງຮຸນແຮງທັງພາຍໃນແລະຕ່າງປະເທດ, ດື້ດ້ານປະຕິບັດແຜນການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ, ແມ່ນການກະທຳແບບໄຮ້ມະນຸດສະທຳທີ່ສ້າງໄພພິບັດດ້ານນິວເຄລຍໃຫ້ມວນມະນຸດ ເພື່ອຜົນປະໂຫຍດສ່ວນຕົວ.