ສ້າງຕັ້ງກອງທຶນຂອບຊີວະນານາພັນໃນທົ່ວໂລກ

2023-08-26 14:37:13 cri

ຫວ່າງມໍ່ໆມານີ້, ກອງປະຊຸມຄັ້ງທີ່ 7 ຂອງປະເທດສະມາຊິກ ກອງທຶນສິ່ງແວດລ້ອມໂລກທີ່ຈັດຂຶ້ນຢູ່ນະຄອນແວນຄູເວີຂອງການາດາໄດ້ເຫັນດີສ້າງຕັ້ງກອງທຶນຂອບຊີວະນານາພັນໃນທົ່ວໂລກ ເພື່ອເລັ່ງການອະນຸລັກປະເພດຊີວະສາດຢູ່ໃນປ່າ ແລະ ລະບົບຊີວະພາບ.

ກອງທຶນສິ່ງແວດລ້ອມໂລກຢືນຢັນວ່າ: ປະເພດຊີວະສາດຢູ່ໃນປ່າ ແລະ ລະບົບຊີວະພາບພວມປະສົບກັບໄພຂົ່ມຂູ່ຈາກໄຟໄໝ້ລາມປ່າ, ໄພນ້ຳຖ້ວມ, ອາກາດຮ້າຍແຮງ ພ້ອມດ້ວຍກິດຈະກຳຂອງມວນມະນຸດເຊິ່ງລວມທັງການຂະຫຍາຍຂອງຕົວເມືອງ. ກອງທຶນຂອບຊີວະນານາພັນໃນທົ່ວໂລກຈະດຶງດູດທຶນຈາກລັດຖະບານ, ອົງການການກຸສົນ ແລະ ພາກເອກະຊົນ, ສຸມໃສ່ການພັດທະນາແບບຍືນຍົງຂອງຊີວະນານາພັນ ແລະ ລະບົບຊີວະພາບພ້ອມທັງຈະສະໜັບສະໜູນປະເທດເກາະດອນນ້ອຍກ່ອນໝູ່.