ປະທານາທິບໍດີບູຣູນດີ: ຈີນ ແລະ ອາຟຣິກາແມ່ນເພື່ອນມິດທີ່ຮ່ວມມືກັນສະແຫວງຫາຜົນປະໂຫຍດ

2023-08-26 15:30:13 CRI

    ໃນເວລາໃຫ້ສຳພາດຕໍ່ນັກຂ່າວ, ທ່ານອີວາຣິສເຕ ເອັນດາຢີຊິມິເຢ ປະທານາທິບໍດີບູຣູນດີກ່າວວ່າ: ຈີນແມ່ນມາຮ່ວມມືກັບເພື່ອນມິດອາຟຣິກາ ເພື່ອຮ່ວມກັນສະແຫວງຫາຜົນປະໂຫຍດ. ຕົວຢ່າງໜຶ່ງ ຄື ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”, ໂດຍມີຈຸດປະສົງເພື່ອສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ແຕ່ບາງປະເທດໃຫຍ່ຊ້ຳພັດຢາກຈັດເອົາສະຕິຂອງຕົນບັງຄັບໃສ່ປະເທດອື່ນ, ຢາກຊີ້ໄມ້ຊີ້ມືໃສ່ວຽກງານພາຍໃນຂອງປະເທດອາຟຣິກາ, ຢາກແຊກແຊງວຽກງານຂອງປະເທດອື່ນ. ແຕ່ກົງກັນຂ້າມຈີນບໍ່ໄດ້ຕັ້ງເງື່ອນໄຂໃດໆຕໍ່ກັບອາຟຣິກາ. ສຳລັບປະເທດທີ່ເຄີຍເປັນປະເທດລ່າເມືອງຂຶ້ນເຫຼົ່ານັ້ນເຫັນປະເທດຈີນເຂັ້ມແຂງຂຶ້ນ, ເຫັນຈີນຫວັງຮ່ວມມືກັບປະເທດອາຟຣິກາ, ກໍນຳໃຊ້ຮູບຖານຈິດສຳນຶກ ແລະ ແນວຄິດຂອງລັດທິລ່າເມືອງຂຶ້ນມາພິຈາລະນາຈີນ. ເມື່ອເບິ່ງຈາກແງ່ມູມຂອງຄົນອາຟຣິກາພວກເຮົາແລ້ວ, ພວກເຮົາເຂົ້າຮ່ວມເວທີເປິກສາຫາລືຈີນ-ອາຟຣິກາ, ໃນກອງປະຊຸມພວກເຮົາໄດ້ຮ່ວມກັນເປິກສາຫາລືກັບຈີນ, ບໍ່ມີຄົນອາຟຣິກາຄິດວ່າ “ປັດຈຸບັນພວກເຮົາຕ້ອງເປັນເອກະສັນກັນກັບຮູບຖານຈິດສຳນຶກແນວນີ້ ຫຼື ແນວນັ້ນ”, ພວກເຮົາແມ່ນຊອກຫາຜົນປະໂຫຍດຮ່ວມກັນ, ສະແຫວງຫາຜົນປະໂຫຍດຂອງໂລກ. ເພາະວ່າພວກເຮົາແມ່ນພາກສ່ວນໜຶ່ງຢູ່ໃນຍຸກໂລກາພິວັດ, ພວກເຮົາຕ້ອງຮ່ວມແຮງຮ່ວມໃຈກັນ, ຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະຮ່ວມທຸກຮ່ວມສຸກ.